ກອງປະຊຸມສຳມະນາສາກົນ “ໂຄວິດ-19 ແລະ ການຫັນປ່ຽນຂອງສັງຄົມ”

(VOVWORLD) -ບັນດານັກຊ່ຽວຊານໄດ້ເຕື້ອງເຖິງບາງເນື້ອໃນຄື: ສະພາບຕົວຈິງ ແລະ ທ່າອ່ຽງຂອງຕະຫຼາດແຮງງານ ຫວຽດນາມ ໃນໄລຍະເກີດໂລກລະບາດໂຄວິດ-19

ໃນຂອບເຂດແຜນການຄົ້ນຄວ້າປີ 2021 ເຊິ່ງໄດ້ອະນຸມັດຜ່ານ, ຕອນບ່າຍວັນທີ 11 ພະຈິກ, ສະຖາບັນສັງຄົມວິທະຍາສາດຂຶ້ນກັບສະພາມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາສາກົນ “ໂຄວິດ-19 ແລະ ການຫັນປ່ຽນຂອງສັງຄົມ”.

        ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານໄດ້ເຕື້ອງເຖິງບາງເນື້ອໃນຄື: ສະພາບຕົວຈິງ ແລະ ທ່າອ່ຽງຂອງຕະຫຼາດແຮງງານ ຫວຽດນາມ ໃນໄລຍະເກີດໂລກລະບາດໂຄວິດ-19; ໂລກລະບາດໂຄວິດ-19 ສົ່ງຜົນສະທ້ອນເຖິງກຸ່ມມີຄວາມສ່ຽງສູງ ໃນສັງຄົມ; ບັນດາອົງການຈັດຕັ້ງສັງຄົມພາຍໃຕ້ຜົນກະທົບຂອງໂຄວິດ-19: ປ່ຽນແປງເພື່ອຮັບມື. ຈາກນັ້ນ, ບັນດານັກຊ່ຽວຊານໄດ້ສະເໜີມາດຕະການແກ້ໄຂສ້າງທິດສະດີສັງຄົມວິທະຍາ ເພື່ອເປັນພື້ນຖານວິທະຍາສາດໃຫ້ແກ່ລັດ ຍົກອອກຂໍ້ຕົກລົງຖືກຕ້ອງ, ທັນການ ເພື່ອດັດແປງການກະທຳສັງຄົມ, ຊ່ວຍໃຫ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ- 19 ໃຫ້ບັນລຸຜົນງານສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ