ກອງປະຊຸມສຳມະນາສາກົນ“ການຮ່ວມມືຫວຽດນາມ-ຈີນໃນໄລຍະໃໝ່”

ກອງປະຊຸມສຳມະນາສາກົນ“ການຮ່ວມມືຫວຽດນາມ-ຈີນໃນໄລຍະໃໝ່” - ảnh 1
(ພາບປະກອບ: TTXVN)

(vovworld) – ເນື່ອ​ງໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ຈີນ (1950 - 2015), ວັນ​ທີ 27/03, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ຄົ້ນຄວ້າ​ຈີນ, ສະ​ຖາ​ບັນດິດ​ວິທະຍາສາດ​ສັງຄົມ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະນາສາ​ກົນດ້ວຍ​ຫົວ​ຂໍ້​ວ່າ “ການຮ່ວມ​ມື​ຫວຽດນາມ - ຈີນ ໃນ​ໄລຍະ​ໃໝ່”. ນັກຮຽນ​ຮູ້ລະຫວ່າງ 2 ປະ​ເທດຫວຽດນາມ, ຈີນ ​​ເຂົ້າ​ຮ່ວມ ໄດ້​ພ້ອມ​ກັນ​ແບ່​ງປັນກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ, ປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ອະທິປະ​ໄຕ, ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ການ​ຮ່ວມ​ມື​​ເຂດ​ອ່າວ​ພາກ​ເໜືອ ​ເປີດ​ກວ້າງ​ການ​ພົວພັນ​ຫວຽດນາມ - ຈີນ… ບັນດາ​ນັກຮຽນ​ຮູ້​ກໍ່​ສະ​ເໜີຄົ້ນຄວ້າ​ບາງ​ບັນຫາ​ທາງ​ດ້ານ​ທິດ​ສະ​ດີ​ທີ່​ຮີບ​ດ່ວນ​ລະຫວ່າງ 2 ປະ​ເທດ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ ຊີ​ຂວຍ, ທີ່​ປຶກສາ​ອຸປະ​ທູດ​ສະຖານທູດ​ຈີນ ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ: ຍາມ​ໃດພັກ ​ແລະ ລັດຖະບານ​ຈີນ ກໍ່​ຖືການ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ - ຫວຽດນາມ ​ເປັນ​ສຳຄັນ. ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ທັງ 2 ຝ່າຍ, ການ​ພົວພັນລະຫວ່າງ 2 ປະ​ເທດ​ພວມ​ພັດທະນາ​ຕາມ​ທ່າ​ແຮງ​ທີ່​ປອດ​ໄສ. ປະຈຸ​ບັນ, ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ 2 ປະ​ເທດ ພວມ​ວາງ​ແຜນການ ​ແລະ ປະຕິບັດ​ວຽກ​ງານ​ສຳຄັນ​ໃຫ້​ທັງ​ປີຢ່າງ​ຕັ້ງ​ໜ້າ, ​ເພື່ອ​ແນ​ໃສ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພັດທະນາ​ຢ່າງ​ດີງາມ​ໃຫ້ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ຊຸກຍູ້​ການ​ພົວພັນ 2 ຝ່າຍ ​ໃຫ້​ບັນລຸ​ໄດ້​ຄວາມຄືບ​ໜ້າ​ໃໝ່​ໃນ​ໄລຍະ​ໃໝ່.

ຂ່າວ/ບົດ​ອື່ນ