ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 15

(VOVWORLD) - ການຮັດແຄບເຂດທະເລຄັດແຍ້ງກັນ, ເປີດກວ້າງເຂດທະເລທີ່ບໍ່ມີການຄັດແຍ້ງກັນ ມີຄວາມໝາຍມຸ່ງໄປເຖິງເປົ້າໝາຍ ເຂດທະເລທີ່ໂປ່ງໃສ ແລະ ມີສັນຕິພາບຫຼາຍກວ່າ
ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 15  - ảnh 1(ທີ່ກອງປະຊຸມວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ)

ຕອນເຊົ້າວັນທີ 25 ຕຸລາ, ຢູ່ນະຄອນ ໂຮ່ຈິມິນ, ໄດ້ຈັດກອງປະຊຸມວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກຄັ້ງທີ 15 ດ້ວຍຫົວຂໍ້ວ່າ “ຮັດແຄບເຂດທະເລຄັດແຍ້ງກັນ, ເປີດກວ້າງເຂດທະເລທີ່ບໍ່ມີການຄັດແຍ້ງກັນ”. ກອງປະຊຸມສຳມະນາໄດ້ເຕົ້າໂຮມນັກຊ່ຽວຊານທີ່ມີຊື່ສຽງ 50 ທ່ານທີ່ມາຈາກເກືອບ 20 ປະເທດ; ມີຜູ້ແທນເກືອບ 70 ຄົນທີ່ມາຈາກບັນດາອົງການຜູ້ຕາງໜ້າຕ່າງປະເທດປະຈຳ ຫວຽດນາມ (ໃນນັ້ນມີເອກອັກຄະລັດຖະທູດ ແລະ ຫົວໜ້າສະຖານກົງສຸນໃຫຍ່ເກືອບ 20 ທ່ານ).

ກ່ຽວກັບຄວາມໝາຍຂອງຫົວຂໍ້ກອງປະຊຸມສຳມະນາ, ທ່ານນາງຜູ້ຮັກສາການຫົວໜ້າສະຖາບັນ ພົວພັນຕ່າງປະເທດ ຫວຽດນາມ ຟ້າມລານຢຸງ ຖືວ່າ: ການຮັດແຄບເຂດທະເລຄັດແຍ້ງກັນ, ເປີດກວ້າງເຂດທະເລທີ່ບໍ່ມີການຄັດແຍ້ງກັນ ມີຄວາມໝາຍມຸ່ງໄປເຖິງເປົ້າໝາຍເຂດທະເລທີ່ໂປ່ງໃສ ແລະ ມີສັນຕິພາບຫຼາຍກວ່າ; “ເປີດກວ້າງເຂດທະເລທີ່ບໍ່ມີການຄັດແຍ້ງກັນ” ແນໃສ່ກຳນົດບັນດາກຳລັງ ຄວາມສາມາດ ບົ່ມຊ້ອນຂອງທະເລ ແລະ ອະນາຄົດ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ໃຫ້ຮູ້ວ່າ: ເມື່ອທຽບໃສ່ 15 ປີກ່ອນ, ສະພາບການຢູ່ທະເລຕາເວັນອອກນັບມື້ນັບສັບສົນ, ໃນນັ້ນມີ “ເຂດທະເລຄັດແຍ້ງກັນ” ໃໝ່ຫຼາຍແຫ່ງ ທີ່ຈະຕ້ອງເຮັດໃຫ້ຈະແຈ້ງ. ຄຽງຂ້າງນັ້ນ, ທະເລຕາເວັນອອກ ຍັງແມ່ນເຂດທີ່ນຳມາເຊິ່ງຄວາມສາມາດບົ່ມຊ້ອນ ໃນການຮ່ວມມືຫຼາຍຢ່າງ. ໃນສະພາບການນັ້ນ, ທ່ານຮອງລັດຖະມົນຕີໄດ້ເນັ້ນໜັກວ່າ, ພຽງແຕ່ຜ່ານການຮ່ວມມື, ບັນດາປະເທດຈຶ່ງຈະສາມາດຊ່ວຍເຂດທະເລຕາເວັນອອກ ປ່ຽນຈາກ “ການຄັດແຍ້ງກັນ” ກາຍເປັນເຂດ “ບໍ່ມີການຄັດແຍ້ງກັນ”, ມຸ່ງໄປເຖິງສັນຕິພາບ ແລະ ການພັດທະນາແບບຍືນຍົງ. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ສິ່ງສຳຄັນທີ່ສຸດແມ່ນຕ້ອງເຄົາລົບ ແລະ ປະຕິບັດຕາມກົດໝາຍວ່າດ້ວຍການເດີນທະເລສາກົນ.

ໃນໄລຍະຜ່ານມາ, ຫວຽດນາມ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຍາມໃດກໍ່ມານະພະຍາຍາມ ເພື່ອມຸ່ງໄປເຖິງຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນ, ລວມທັງເຂດທະເລທີ່ມີສະຖຽນລະພາບ, ອີງໃສ່ກົດໝາຍ ສາກົນ. ຫວຽດນາມ ສະໜັບສະໜູນຢ່າງແຮງເລື່ອງຫັນ ແລະ ຜັນຂະຫຍາຍປະສິດທິຜົນວິໄສທັດ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ ແລະ ວິໄສທັດຮ່ວມມືທາງທະເລໃຫ້ປະກົດຜົນເປັນຈິງ. ພ້ອມທັງ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນບັນດາຂໍ້ລິເລິ່ມໃໝ່ເພື່ອເປົ້າໝາຍລວມ, ຜ່ານບັນດາກົນໄກ 2 ຝ່າຍ, ຫຼາຍຝ່າຍ ແລະ ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ