ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຈະໄດ້ຈັດຂຶ້ນຢູ່ສະຫະພັນລັດເຊຍ

ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຈະໄດ້ຈັດຂຶ້ນຢູ່ສະຫະພັນລັດເຊຍ - ảnh 1

(ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ
ຈະໄດ້ຈັດຂຶ້ນຢູ່ ສະຫະພັນລັດເຊຍ)


​(vovworld) - ​ວັນ​ທີ 18/06, ຢູ່​ມົດສກູ, ສະຫະພັນ​ລັດ​ເຊຍ, ຈະ​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ຄັ້ງ​ທີ 2 ດ້ວຍ​ຫົວ​ຂໍ້​ວ່າ “ຄວາມ​ສະຫງົບ ​ແລະ ການຮ່ວມ​ມື​ຢູ່​ທະ​ເລ​ຕາ​ເວັນ​ອອກ: ບັນດາ​ບັນຫາ​ຮີບ​ດ່ວນ ​ແລະ ​ແກ້​ໄຂ​ການ​ປະ​ທະ​ກັນ”. ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ສະ​ຖາ​ບັນຝ່າຍຕາ​ເວັນ​ອອກ​ວິທະຍາ - ສະ​ຖາ​ບັນມະຫາບັນດິດ​ວິທະຍາສາດ​ລັດ​ເຊ​ຍ ຈັດ​ຕັ້ງ​. ​ເຂົ້າ​ຮ່ວມ​ກອງປະຊຸມ​ສຳ​ມະ​ນາສາ​ກົນ ມີ​ບັນດາ​ນັກ​ການ​​ເມືອງ​, ນັກ​ການ​ທູດ​ລັດ​ເຊຍ, ບັນດາ​ນັກ​ຄົ້ນຄວ້າ​ຊາວ​ລັດ​ເຊ​ຍ ​ແລະ ນັກ​ຊ່ຽວຊານ​ທີ່ມາ​ຈາກອາ​ເມ​ລິ​ກາ, ອີ​ຢູ, ຍີ່ປຸ່ນ, ອິນ​ເດຍ… ກອງ​ປະຊຸມສຳ​ມະ​ນາ​ໄດ້​ເຕື້ອງ​ເຖິງ​ບັນຫາ​ສັງ​ລວມກ່ຽວ​ຂ້ອງ​ເຖິງ​ການ​ຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ. ຜ່ານ​ບັນດາ​ກອງ​ປະຊຸມ, ບັນດາ​ຜູ້​ຊ່ຽວຊານ​ຈະ​ໄຈ້​ແຍກ​ເຫດການ ​ແລະ ທ່າ​ອ່ຽງ, ສະພາບ​ການຂັດ​ແຍ້​ງພວມ​ຂະຫຍາຍຕົວຢູ່​ທະ​ເລ​ຕາ​ເວັນ​ອອກ; ຍົກ​ອອກ​ຂໍ້​ສະ​ເໜີ, ມາດ​ຕະການ​ແກ້​ໄຂ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ ​ແລະ ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ.

ຂ່າວ/ບົດ​ອື່ນ