ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຢູ່ອາເມລິກາ

ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຢູ່ອາເມລິກາ - ảnh 1
ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຢູ່ອາເມລິກາ
(ພາບ:dantri.com.vn)

(vovworld) – ຕອນ​ຄຳ່​ວັນ​ທີ 10/7, ຕາມ​ເວລາ ຫວຽດນາມ, ກອງ​ປະຊຸມ​ສຳ​ມະ​ນາ​ປະຈຳ​ປີຄັ້ງ​ທີ 4 ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ​ແລະ ສາກົນ (CSIS) ຈັດ​ຕັ້ງ, ​ໄດ້​​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ, ປະ​ເທດ ອາ​ເມ​ລິ​ກາ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກຮຽນ​ຮູ້​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ທີ່​ມາ​ຈາກບັນດາ​ປະ​ເທດ​ຄື: ອາ​ເມ​ລິ​ກາ, ຈີນ, ອິນ​ເດຍ, ຍີ່ປຸ່ນ, ອົດ​ສະ​ຕາ​ລີ, ມາ​ເລ​ເຊຍ, ຟິລິບ​ປິນ ​ແລະ ຫວຽດນາມ.

    ດ້ວຍ​ຫົວ​ຂໍ້ “ບັນດາ​ທ່າ​ອ່ຽງປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ນະ​ໂຍບາຍ​ຂອງ ​ອາ​ເມ​ລິ​ກາ”, ບັນ​ດາ​ນັກຮຽນ​ຮູ້ ​ໄດ້​​ໄຈ້​ແຍກ​ການ​ຜັນ​ແປ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພິ​ເສດ​ແມ່ນ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ ​981 ຢ່າງ​ຜິດ​ກົດໝາຍ ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ ກໍ່​ຄື​ກໍລະນີ​ຮ້ອງ​ຟ້ອງ​ເຊິ່ງ ຟິລີບ​ປິນ ພວມ​ດຳ​ເນີນ​ຕ້ານ ຈີນ ຢູ່ສານ ສປຊ ກ່ຽວກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (ITLOS). ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ຍົກ​ອອກ​ຂໍ້​ສະ​ເໜີຫຼາຍ​ຢ່າງ, ພິ​ເສດ​ສຳລັບ ອາ​ເມ​ລິ​ກາ, ບັນດາ​ມາດ​ຕະການ​ຮັບ​ມື​ກັບ​ການ​ກະທຳ​ທີ່ນັບ​ມື້​ນັບ​ຮ້າຍ​ແຮງ​ກ່ວາ​ຂອງ ຈີນ, ປະກອບສ່ວນ​ຫລຸ​ດຜ່ອນ​ຄວາມ​ເຄັ່ງ​ຕຶງ ​ແລະ ຮັກສາ​ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ.

    ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ນັກ​ຄົ້ນ​ຄ້ວາ 2 ທ່ານ​ທີ່​ມາ​ຈາກ ຫວຽດນາມ ​ໄດ້​ເນັ້ນ​ໜັກ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ ​ແມ່ນ “ບາດ​ລ້ຽວ ​ແລະ ​ແມ່ນ​ລະດັບ​​ຕັດສິນຊີ້​ຂາດ​ໃໝ່ຂອງ ຈີນ”. ນັກ​ຄົ້ນ​ຄ້ວາ 2 ທ່ານ​ກໍ່ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ​ແລະ ອາ​ຊຽນ ຄວນ​ນຳ​ໜ້າ​ໃນ​ການ​ສ້າງປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC), ສະໜັບສະໜູນ​ການນຳ​ໃຊ້​ບັນດາ​ມາດ​ຕະການ​ສັນ​ຕິ​ພາບ​ເພື່ອ​ແກ້​ໄຂ​ຄວາມຂັດ​ແຍ້ງກັນ, ​ໃນ​ນັ້ນ​ມີ​ການ​​ແກ້​ໄຂຜ່ານກົນ​ໄກກຳມະການສາກົນ.

 



ຂ່າວ/ບົດ​ອື່ນ