ກອງປະຊຸມສຳມະນາສາກົນກ່ຽວກັບເຕັກໂນໂລຊີນາໂນຊີວະສາດ, ເຊັນເຊີຊີວະສາດ, ການຄິດໄລ່

(VOVWORLD) - ກອງປະຊຸມສຳມະນາໄດ້ສະໜອງພື້ນຖານລະຫວ່າງຂະແໜງໃຫ້ບັນດາຜູ້ແທນໃນການນໍາສະເໜີໝາກຜົນການຄົ້ນຄວ້າ, ແບ່ງປັນບົດຮຽນ ແລະ ການປຶກສາຫາລືທ່າອ່ຽງໃໝ່ ກໍຄືບັນດາສິ່ງທ້າທາຍໃນຕົວຈິງ
ກອງປະຊຸມສຳມະນາສາກົນກ່ຽວກັບເຕັກໂນໂລຊີນາໂນຊີວະສາດ, ເຊັນເຊີຊີວະສາດ, ການຄິດໄລ່ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
(ພາບ: ICISE)

          ກອງປະຊຸມສຳມະນາສາກົນຄັ້ງທຳອິດ ກ່ຽວກັບວິທະຍາສາດສິ່ງມີຊີວິດນາໂນ: ເຕັກໂນໂລຊີນາໂນຊີວະສາດ, ເຊັນເຊີຊີວະສາດ, ການຄິດໄລ່ ໄດ້ດຳເນີນແຕ່ວັນທີ 17 – 19 ກັນຍາ, ຢູ່ແຂວງ ບິ່ງດິ້ງ. ມີຜູ້ແທນ 100 ກວ່າຄົນ ເຊິ່ງແມ່ນນັກປະຖະກະຖາ, ນັກຮຽນຮູ້, ນັກວິທະຍາສາດ, ນັກຊ່ຽວຊານ ແລະ ນັກສຶກສາທີ່ມາຈາກ 50 ມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ, ບັນດາອົງການຈັດຕັ້ງວິທະຍາສາດຂອງ 15 ປະເທດໃນໂລກໄດ້ເຂົ້າຮ່ວມ.

          ກອງປະຊຸມສຳມະນາໄດ້ສະໜອງພື້ນຖານລະຫວ່າງຂະແໜງໃຫ້ບັນດາຜູ້ແທນໃນການນໍາສະເໜີໝາກຜົນການຄົ້ນຄວ້າ, ແບ່ງປັນບົດຮຽນ ແລະ ການປຶກສາຫາລືທ່າອ່ຽງໃໝ່ ກໍຄືບັນດາສິ່ງທ້າທາຍໃນຕົວຈິງ, ມາດຕະການແກ້ໄຂທີ່ໄດ້ນຳໃຊ້ໃນຂົງເຂດເຕັກໂນໂລຊີນາໂນຊີວະສາດ, ເຊັນເຊີຊີວະສາດ, ການຄິດໄລ່. ບັນດາການຄົ້ນຄວ້າທີ່ນໍາສະເໜີໃນກອງປະຊຸມສຳມະນາ ໄດ້ຊ່ວຍສັງເກດທີ່ເລິກເຊິ່ງດ້ານເຕັກນິກໃໝ່ ແລະ ທ່າອ່ຽງການຄົ້ນຄວ້າທີ່ສາມາດນໍາໃຊ້ ແລະ ໝູນໃຊ້ໃນຂົງ ເຂດກະສິກໍາ, ສຸຂະພາບມະນຸດ, ສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ