ກອງປະຊຸມສຳມະນາສາກົນຄັ້ງທີ5ກ່ຽວກັບວິທະຍາສາດສັງຄົມຫວຽດນາມ,ລາວ,ກຳປູເຈຍ

ກອງປະຊຸມສຳມະນາສາກົນຄັ້ງທີ5ກ່ຽວກັບວິທະຍາສາດສັງຄົມຫວຽດນາມ,ລາວ,ກຳປູເຈຍ - ảnh 1
(ກອງປະຊຸມສຳມະນາສາກົນຄັ້ງທີ5ກ່ຽວກັບ
ວິທະຍາສາດສັງຄົມຫວຽດນາມ,ລາວ,ກຳປູເຈຍ)


(vovworld) - ​ວັນ​ທີ 19/10, ຢູ່​ນະ​ຄອນ​ຫຼວງວຽກ​ຈັນ, ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມ​ແຫ່ງ​ຊາດ​ລາວ ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ຄັ້ງ​ທີ 5 ກ່ຽວ​ກັບ​ວິ​ທະ​ຍາ​ສາດ​ສັງ​ຄົມ ດ້ວຍ​ຫົວ​ຂໍ້ “ການພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​​ມະ​ນຸດດ້ານວິ​ທະ​ຍາ​ສາດ​ສັງ​ຄົມ ​ຢູ່​ລາວ, ຫວຽດ​ນາມ ແລະ ກຳ​ປູ​ເຈຍ ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ສາ​ກົນ”. ນີ້​ແມ່ນກອ​ງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ໄດ້​ຮັບ​ການ​ຈັດ​ຕັ້ງ​​ໝູນ​ວຽນ​ປະ​ຈຳ​ປີ​ລະ​ຫວ່າງ​ສະ​ພາ​ມະ​ຫາ​ບັນ​ດິດຂອງ 3 ປະ​ເທດ​ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ. ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ສຸ​ມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບົດ​ບາດ ແລະ ຄວາມ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ານ​ວິ​ທະ​ຍາ​ສາດສັງ​ຄົມ​ຢູ່​ລາວ, ຫວຽດ​ນາມ ແລະ ກຳ​ປູ​ເຈຍ. ກອງ​ປະ​ຊຸມ​ໄດ້​ຍົ​ກ​ອອກ​ບັນ​ດາ​ບົດ​ຮຽນ, ທິດ​ທາງ, ຮູບ​ການ ແລະ ມາດ​ຕະ​ການບ​ຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ານ​ວິ​ທະ​ຍາ​ສາດສັງ​ຄົມ​ ໃນ​​ເງື່ອນ​ໄຂ​​ເຊື່ອມ​ໂຍງສາ​ກົນ ແລະ ທິດ​ທາງ​ຮ່ວມ​ມື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ານ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຢູ່​ລາວ, ຫວຽດ​ນາມ ແລະ ກຳ​ປູ​ເຈຍ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຖື​ວ່າ, ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ສາ​ກົນພວມ​ດຳ​ເນີນ​ໄປ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂວາງ​ຄື​ປະ​ຈຸ​ບັນ​, ວິ​ທະ​ຍາ​ສາດ​ສັງ​ຄົມ ຕ້ອງ​ຄົ້ນ​ຄວ້າ, ​ຄົ້ນ​ເຫັນ ແລະ ຕີ​ລາ​ຄາ​ຜົນ​ກະ​ທົບ​ຂອງວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ສາ​ກົນ ແລະ ພາກ​ພື້ນ​ໃນ​ປະ​ຈຸ​ບັນ ສຳ​ລັບ​ການ​ພັດ​ທະ​ນາ​ສັງ​ຄົມ​ຢູ່​ແຕ​່​ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ