ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ປະ​ຈຳ​ປີ ຄັ້ງ​ທີ 13 ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ຢູ່​ນະ​ຄອນຫຼວງ ວິ​ຊິງ​ຕັນ, ອາ​ເມ​ລິ​ກາ

(VOVWORLD) -  ວັນທີ 29 ມິຖຸນາ, ສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ (CSIS) ຂອງ ອາເມລິກາ ຈັດກອງປະຊຸມສຳມະນາສາກົນປະຈຳປີຄັ້ງທີ 13 ກ່ຽວກັບທະເລຕາເວັນອອກ ຢູ່ນະຄອນຫຼວງ ວໍຊິງຄັນ, ອາເມລິກາ. ເຂົ້າຮ່ວມເຫດການມີນັກຮຽນຮູ້ ອາເມລິກາ ແລະ ສາກົນ, ນັກວາງແຜນກຳນົດນະໂຍບາຍ, ພະນັກງານກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ອາເມລິກາ ເປັນຈຳນວນຫຼາຍ.
ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ປະ​ຈຳ​ປີ ຄັ້ງ​ທີ 13 ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ຢູ່​ນະ​ຄອນຫຼວງ ວິ​ຊິງ​ຕັນ, ອາ​ເມ​ລິ​ກາ - ảnh 1ກອງປະຊຸມສຳມະນາສາກົນປະຈຳປີຄັ້ງທີ 13 ກ່ຽວກັບທະເລຕາເວັນອອກ (ພາບ:VOV)

ກ່າວຄຳເຫັນນະທີ່ນີ້, ທ່ານ Daniel Kritenbrink ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ຮັບຜິດຊອບພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ເນັ້ນໜັກວ່າ:

        “ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ສິດເສລີໃນການເດີນເຮືອຢູ່ທະເລຕາເວັນອອກ ແມ່ນສ່ວນໜຶ່ງຂອງວິໄສທັດທີ່ກວ້າງໄກກວ່າຂອງພວກຂ້າພະເຈົ້າກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ. ດັ່ງນັ້ນ, ພວກຂ້າພະເຈົ້າຈະສືບຕໍ່ສົມທົບກັບບັນດາຄູ່ຮ່ວມມື ແລະ ສຳພັນທະມິດໃນພາກພື້ນ ແລະ ໃນໂລກ ເພື່ອຮັບປະກັນວ່າ ນ່ານຟ້າ ແລະ ທະເລ ໄດ້ຮັບການຄຸ້ມຄອງ ແລະ ນຳໃຊ້ຕາມກົດໝາຍສາກົນ ແລະ ບົນພື້ນຖານເຄົາລົບຂົງເຂດເດີນເຮືອຕາມຂໍ້ກຳນົດກົດໝາຍ.”

        ທີ່ກອງປະຊຸມສຳມະນາ, ບັນດານັກຮຽນຮູ້, ນັກຄົ້ນຄວ້າກ່ຽວກັບທະເລ, ກົດໝາຍສາກົນຂອງ ອາເມລິກາ ບັນດາປະເທດ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາຫົວຂໍ້ຕົ້ນຕໍ ທີ່ກ່ຽວຂ້ອງເຖິງສະພາບການຢູ່ທະເລຕາເວັນອອກໃນໄລຍະມໍ່ໆມານີ້; ບັນດາຈຸດໃໝ່ກ່ຽວກັບນິຕິກຳ ແລະ ຄຸ້ມຄອງການຂັດແຍ້ງຢູ່ທະເລຕາເວັນອອກ…

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ