ກອງປະຊຸມສຳມະນາຫວຽດນາມ-ຝະລັ່ງ“ສິ່ງແວດລ້ອມ,ການປ່ຽນແປງຂອງດິນຟ້າອາກາດແລະກະສິກຳ-ການປະມົງ”

ກອງປະຊຸມສຳມະນາຫວຽດນາມ-ຝະລັ່ງ“ສິ່ງແວດລ້ອມ,ການປ່ຽນແປງຂອງດິນຟ້າອາກາດແລະກະສິກຳ-ການປະມົງ” - ảnh 1
(ພາບປະກອບ)

(vovworld) – ​ໃນ​ຂອບ​ເຂດ​ກອງ​ປະຊຸມ “ການຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງຖິ່ນ ຫວຽດນາມ - ຝະລັ່ງ ຄັ້ງ​ທີ 10 ດ້ວຍ​ຫົວ​ຂໍ້​ ມຸ່ງ​ໄປ​ເຖິງ​ຄູ່​ຮ່ວມ​ມື​ເສດຖະກິດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ”, ຕອນ​ເຊົ້າ​ວັນ​ທີ 15/09 ຢູ່ ​ເກີນ​ເທີ ​ໄດ້ດຳ​​ເນີນ​ກອງ​ປະຊຸມ​ສຳ​ມະ​ນາດ້ວຍຫົວ​ເລື່ອງ​ສະ​ເພາະ “ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ກະສິກຳ - ການ​ປະມົງ”. ບັນຫາ​ທີ່ຍົກ​ອອກ​ຢູ່​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ ແມ່ນ​ໃນ​ຂະນະ​ທີ່​ ຫວຽດນາມ ຖືກຈັດ​ອັນ​ດັບ​ທີ 5 ​ໃນ​ບັນດາ​ປະ​ເທດ​ຖືກ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ທີ່​ສຸດ​ຈາກ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດນັ້ນ ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ​ໃນ​ນັ້ນ ມີ​ ເກີນ​ເທີ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ 1 ​ໃນ 3 ​ເຂດ​ທົ່ງພຽງ​ມີ​​ໄພ​​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ທີ່​ສຸດ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ເພື່ອ​ແກ​້​ໄຂ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່ຫຍຸ້ງຍາກ​ດັ່ງກ່າວ, ທ່ານ ດ່າວ​ແອງຢຸງ ຮອງ​ປະທານ​ນະຄອນ​ ​ເກີນ​ເທີ ຊີ້​ແຈ້ງວ່າ​:

        ​ເກີນ​ເທີ ​ແລະ ບັນດາ​ແຂວງ​ທົ່ງພຽງ​ແມ່​ນ້ຳຂອງ ຄວນ​ສຸມ​ໃສ່​ຍູ້​ແຮງ​ຍຸດ​ທະ​ສາດຕ້ານ​ທານດ້ວຍ 3 ຈຸດໝາຍ​ແມ່ນ ​ເປັນ​ເຈົ້າ​ການ​ຄຸ້ມ​ຄອງ​ແຫຼ່ງນ້ຳ ​ເພື່ອ​ສະໜອງ​ນ້ຳ​ໃຫ້​ແກ່ການ​ດຳ​ເນີນ​ຊີວິດ ​ແລະ ການ​ຜະລິດ​ຢ່າງ​ພຽງພໍ; ​ເປັນ​ເຈົ້າ​ການ​ສ້າງວິທີ​ຫາ​ເງິນ​ລ້ຽງ​ຊີບ ​ແລະ ໜູນ​ຊ່ວຍ​ເຮືອນ​ຢູ່​ທີ່​ມີ​ຄວາມ​ປອດ​ໄພ​ໃຫ້​ຄົນ​ທຸກ​ຍາກ ​ແລະ ບັນດາ​ພາກສ່ວນ​ຖືກ​ສຽງ​ໄພ​ຫລາຍ​ກ່ວາ​ເພີ່ມ​​. ພ້ອມ​ກັນ​ນັ້ນ ​ແມ່ນຮັກສາ​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​ກະສິກຳ ​ແລະ ອຸດສາຫະກຳ​ໄວ້​ຢ່າງ​ໝັ້ນຄົງ ​ແລະ ​ເປັນ​ເຈົ້າ​ການ​ຍູ້​ແຮງ, ​ເພີ່ມ​ທະວີອັດຕາສ່ວນ​ເຂດ​ບໍລິການ​ໃນ​ໂຄງ​ປະກອບ​ເສດຖະກິດ.

ຂ່າວ/ບົດ​ອື່ນ