ກອງປະຊຸມສຳມະນາອິນເດຍ-ອາຊຽນ ກ່ຽວກັບການຮ່ວມມືດ້ານພະລັງງານຜະລິດຄືນໃໝ່

ກອງປະຊຸມສຳມະນາອິນເດຍ-ອາຊຽນ ກ່ຽວກັບການຮ່ວມມືດ້ານພະລັງງານຜະລິດຄືນໃໝ່ - ảnh 1

(ພາບປະກອບ:vietnamplus.vn)

(VOV)- ​ກອງ​ປະຊຸມ​ສຳ​ມະ​ນາ​ອິນເດຍ-ອາຊຽນ ກ່ຽວ​ກັບ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ພະລັງງານ​ໃໝ່ ​ແລະ ​ພະລັງງານ​ຜະລິດ​ຄືນ​ໃໝ່​ໄດ້​ຖືກໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 5/11 ຢູ່​ນະຄອນຫຼວງນີວ​ເດ​ລີ ປະ​ເທດ​ອິນ​ເດຍ. ​ໃນ​ສອງ​ວັນ​ດຳ​ເນີນກອງ​ປະຊຸມ​ສຳ​ມະ​ນາ, ນັກກຳນົດ​ນະ​ໂຍບາຍ, ​ເຈົ້າໜ້າ​ທີ່​ຂັນສູງ​ຮັບຜິດຊອບ​ກ່ຽວ​ກັບ​ດ້ານ​ພະລັງງານ​ຜະລິດ​ຄືນ​ໃໝ່ 250 ທ່ານພ້ອມ​ກັບ​ບັນດາ​ຜູ້​ຊ່ຽວຊານ​ເຕັກ​ໂນ​ໂລ​ຊີ ​ແລະ ອຸດສາຫະກຳ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ອິນ​ເດຍ ​ສຸມ​ໃສ່​ປຶກສາ​ຫາລືກ່ຽວ​ກັບ​ນະ​ໂຍບາຍ ​ແລະ ຂອບ​ເຂດ​ກ​ຳນົດ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ​​ໃໝ່ ​ແລະ ​ພະລັງງານ​ຜະລິດ​ຄືນ​ໃໝ່; ​ແບ່ງປັນ​ບົດຮຽນ​ລະຫວ່າງ​ປະ​ເທ​ດຕ່າງໆ​ກ່ຽວ​ກັບ​ການ​ພັດທະນາ​ພະລັງງານ​ຜະລິດ​ຄືນ​ໃໝ່ ​ແລະ ກຳນົດ​ກົນ​ໄກ​ເພື່ອ​ສ້າງ​ການ​ຮ່ວມ​ມື​ຍາວ​ນານ​ລະຫວ່າງ​ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ​ຢູ່​ອິ​ນເດຍ ​ແລະ ອາ​ຊຽນ ​ໃນ​ຂົງ​ເຂດ​ນີ້.

 

ຂ່າວ/ບົດ​ອື່ນ