ກອງ​ປະ​ຊຸມ​ສຳ​ມະ​ນາ​ອອນ​ລາຍ​ກ່ຽວ​ກັບ​ສະ​ພາບ​ການ​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) -          ວັນທີ 20 ມິຖຸນາ, ສະຖາບັນຝ່າຍຕາເວັນອອກວິທະຍາ - ສະຖາບັນບັນດິດວິທະຍາສາດລັດເຊຍ ໄດ້ຈັດກອງປະຊຸມສຳມະນາອອນລາຍກ່ຽວກັບສະພາບການຢູ່ທະເລຕາເວັນອອກໃນປັດຈຸບັນ ເຊິ່ງມີການເຂົ້າຮ່ວມຂອງນັກຮຽນຮູ້ຫຼາຍຄົນ ທີ່ມາຈາກບັນດາໂຮງຮຽນ, ສະຖາບັນຄົ້ນຄວ້າຂອງລັດເຊຍ.
ກອງ​ປະ​ຊຸມ​ສຳ​ມະ​ນາ​ອອນ​ລາຍ​ກ່ຽວ​ກັບ​ສະ​ພາບ​ການ​ທະ​ເລ​ຕາ​ເວັນ​ອອກ - ảnh 1ກອງປະຊຸມສຳມະນາອອນລາຍກ່ຽວກັບສະພາບການທະເລຕາເວັນອອກມີການເຂົ້າຮ່ວມຂອງນັກຮຽນຮູ້ຫຼາຍຄົນ ທີ່ມາຈາກບັນດາໂຮງຮຽນ, ສະຖາບັນຄົ້ນຄວ້າຂອງລັດເຊຍ. (ພາບ: VOV)

ກອງປະຊຸມໄດ້ເຕື້ອງເຖິງບັນດາແງ່ມູມທີ່ແຕກຕ່າງກັນໃນບັນຫາທະເລຕາເວັນອອກ, ສະພາບການຢູ່ພາກພື້ນອາຊີ - ປາຊີຟິກເວົ້າລວມ ແລະ ພາກພື້ນອາຊີຕາເວັນອອກເວົ້າສະເພາະ.

ກອງປະຊຸມສໍາມະນາຖືວ່າ ນະໂຍບາຍຂອງ ຈີນ ໃນພາກພື້ນ ແມ່ນຢາກຄວບຄຸມແຫຼ່ງຊັບພະຍາກອນທຳມະຊາດຢູ່ທະເລຕາເວັນອອກ ເພື່ອຕອບສະໜອງຄວາມຕ້ອງການດ້ານພະລັງງານຢູ່ພາຍໃນປະເທດ, ຊ້ຳບໍ່ໜຳ ພ້ອມແລ້ວທີ່ຈະລະເມີດສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງບັນດາປະເທດບ້ານໃກ້ເຮືອນຄຽງ.

          ກ່ຽວຂ້ອງເຖິງທັດສະນະຂອງຫວຽດນາມກ່ຽວກັບບັນຫານີ້, ກອງປະຊຸມສຳມະນາ ໄດ້ເນັ້ນໜັກເຖິງນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນແກ້ໄຂການຂັດແຍ່ງຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ. ນອກຈາກນັ້ນ, ດ້ວຍນະໂຍບາຍການຕ່າງປະເທດຫຼາຍຝ່າຍ, ຫວຽດນາມ ຖືເປັນສຳຄັນການຮ່ວມມືກັບບັນດາຄູ່ຮ່ວມມື ອາຊີ ແລະ ບັນດາຄູ່ຮ່ວມມືອື່ນໆໃນໂລກຄື : ອິນເດຍ, ອົດສະຕາລີ, ຍີ່ປຸ່ນ ແລະ ລັດເຊຍ.

ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ