ກອງປະຊຸມສຳມະນາອາຊຽນກ່ຽວກັບຄວາມຖີ່ 5G

(VOVWORLD) -ຕອນເຊົ້າວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ - ສື່ສານຫວຽດນາມ ໄດ້ຈັດກອງປະຊຸມສຳມະນາອາຊຽນ ກ່ຽວກັບຄວາມຖີ່ 5G.

ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີຜູ້ຕາງໜ້າບັນດາອົງການຄຸ້ມຄອງລັດຂອງບັນດາປະເທດອາຊຽນ, ນັກຊ່ຽວຊານມາຈາກບັນດາບໍລິສັດສະໜອງຄື: GSMA, Qualcomm ແລະ ບັນດາວິສາຫະກິດຂໍ້ມູນມືຖືຢູ່ພາຍໃນປະເທດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ - ສື່ສານຫວຽດນາມ ຟ້າມຮົ່ງຫາຍ ໃຫ້ຮູ້ວ່າ: ພື້ນຖານໂຄງລ່າງໂທລະຄົມມະນາຄົມບໍ່ພຽງແຕ່ແມ່ນພື້ນຖານສົ່ງຂໍ້ມູນຂ່າວສານເທົ່ານັ້ນ, ຫາກຍັງແມ່ນພື້ນຖານໂຄງລ່າງຂອງພື້ນຖານເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ອິນເຕີແນັດສັບພະສົ່ງ (IoT) ແລະ ພື້ນຖານໂຄງລ່າງຂອງການປະຕິວັດອຸດສາຫະກຳຄັ້ງທີ 4… ອີກດ້ວຍ. ຢູ່ຫວຽດນາມ, ເພື່ອນຳໃຊ້ທ່າແຮງຜັນຂະຫຍາຍ 5G ໂດຍໄວ, ກະຊວງຖະແຫຼງຂ່າວ - ສື່ສານຫວຽດນາມ ໄດ້ມີແຜນການອະນຸຍາດໃຫ້ທົດລອງເຄືອຂ່າຍ 5G ໃນປີ 2019, ສ້າງແຜນຄວາມຖີ່ໃນປີ 2019 – 2020 ແລະ ອະນຸຍາດດ້ານການຄ້າໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ