ກອງປະຊຸມສຳມະນາຮັບປະກັນຊີວິດສັງຄົມແລະລະບອບແມ່ຍິງຖືພາໃຫ້ແກ່ຄົນງານຍິງ

ກອງປະຊຸມສຳມະນາຮັບປະກັນຊີວິດສັງຄົມແລະລະບອບແມ່ຍິງຖືພາໃຫ້ແກ່ຄົນງານຍິງ - ảnh 1
ພາບ​ປະ​ກອບ:internet

(vovworld)- ວັນທີ 6/5 ຢູ່ຮ່າໂນ້ຍ, ກະຊວງແຮງງານທະຫານເສຍອົງຄະນ ແລະ ສັງຄົມຫວຽດນາມສົມທົບກັບສະຖາບັນ Friedrich Ebert (FES) ຂອງສິງກະໂປ ໄດ້ຈັດຕັ້ງກອງປະຊຸມສຳມະນາພາກພື້ນກ່ຽວກັບການຮັບປະກັນຊີວິດສັງຄົມ ແລະ ລະບອບແມ່ຍິງຖືພາໃຫ້ແກ່ຄົນງານຍິງ: ກົດໝາຍ ແລະ ພຶດຕິກຳໃນອາຊຽນ. ບັນດາຜູ້ແທນພາຍໃນ ແລະ ຕ່າງປະເທດກໍໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບການ​ຕອບ​ສະຫນອງ​ທາງ​ເພດ​ໃນ​ບັນດາ​ຂອບ​ເຂດ​ຮັບປະກັນ​ຊີວິດ​ສັງຄົມ​ໃນ​ອາ​ຊຽນ, ​ແບ່ງປັນ​ບົດຮຽນ​ກ່ຽວຂ້ອງ​ເຖິງ​ບັນດາ​ນະ​ໂຍບາຍ . ໝາກຜົນ​ກອງ​ປະຊຸມ​ສຳ​ມະ​ນາ​ຈະ​ຖືກ​ລາຍ​ງານ​ຂຶ້ນ​ບັນດາ​ກອງ​ປະຊຸມ​​ເຈົ້າ​ຫນ້າ​ທີ່ ​ແລະ ລັດຖະມົນຕີ​ຂອງ​ສອງ​ອົງການ​ສະ​ເພາະ​ແຮງ​ງານ ​ແລະ ​ແມ່ຍິງ​ຂອງ​ອາ​ຊຽນ.

 

ຂ່າວ/ບົດ​ອື່ນ