ກອງປະຊຸມສຳມະນາແນະນຳສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມໃຫ້ບັນດາວິສາຫະກິດຍີ່ປຸ່ນ

ກອງປະຊຸມສຳມະນາແນະນຳສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມໃຫ້ບັນດາວິສາຫະກິດຍີ່ປຸ່ນ - ảnh 1
(ກອງ​ປະ​ຊຸ​ມ​ສຳ​ມະ​ນາ​)

(vovworld) - ​ວັນ​ທີ 07/02, ສະ​ຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳ Osaka, ປະ​ເທດ​ຍີ່​ປຸ່ນ ໄດ້​ສົມ​ທົບ​ກັບ​ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ Sakai, ແຂວງ Osaka ແລະ ທະ​ນາ​ຄານ Ikeda Senshu, ຈັດ​ຕັ້ງ​ “ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ແນະ​ນຳ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ” ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ມີ​ຜູ້​ຕາງ​ໜ້າ​ຂອງວິ​ສາ​ຫະ​ກິດ​ຂະ​ໜ​າດ​ນ້ອຍ ແລະ ກາງໃນ​ຂົງ​ເຂດ​ທະ​ນາ​ຄານ, ການ​ຄ້າ, ຜະ​ລິດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​​ເສດ, ອ​ຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຊີ​ສູງ 40 ແຫ່ງ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ສະ​ຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳ Osaka ​ໄດ້​ສະ​ໜອງ​ຂໍ້​ມູນ​ຂ່າວ​ສັງ​ລວມ ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ, ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ສະ​ຫງວນ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ, ບັນ​ດາ​ຄວາມ​ສາ​ມາດ​ບົມ​ຊ້ອນຮ່ວມ​ມື​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ສຳ​ຮອງ​ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ ໃຫ້ບັນ​ດາ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ນາງ Hazama Emiko, ຮອງ​ເຈົ້າ​ຄອງ​ນະ​ຄອນ Sakai ແບ່ງ​ປັນ​ບັນ​ດາ​ການ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ​ມ​ຊ້ອນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ແລະ ກາ​ລະ​ໂອ​ກາດ​ລົງ​ທຶນ ແລະ ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ສຳ​ລັບ​ບັນ​ດາວ​ິ​ສາ​ຫະ​ກິດ 2 ປະ​ເທດ ແລະ ​ຢືນ​ຢັນ​ເຖິງ​ບຸ​ລິ​ມະ​ສິດ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ Sakai ໃນ​ການ​ຊຸກ​ຍູ້ ແລະ ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ Sakai ຊອກ​ຫາ​ກາ​ລະ​ໂອກ​າດ​ລົງ​ທຶນ ແລະ ເປີດກວ້າງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ