ກອງປະຊຸມສຳມະນາແນະນຳແຜນການການປ່ຽນແປງຂອງດິນຟ້າອາກາດ ແລະ ບົດລາຍງານຕີລາຄາດິນຟ້າອາກາດແຫ່ງຊາດ

(VOVWORLD) -ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ.
ກອງປະຊຸມສຳມະນາແນະນຳແຜນການການປ່ຽນແປງຂອງດິນຟ້າອາກາດ ແລະ ບົດລາຍງານຕີລາຄາດິນຟ້າອາກາດແຫ່ງຊາດ  - ảnh 1ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເລກົງແທັງ ກ່າວຄຳເຫັນ
(ພາບ: baotainguyenmoitruong.vn)

ຕອນເຊົ້າວັນທີ 14 ມັງກອນ, ສະຖາບັນອຸຕຸນິຍົມອຸທົກກະສາດ ແລະ ການປ່ຽນແປງຂອງດິນຟ້າອາກາດ (ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ) ໄດ້ເປັນປະທານກອງປະຊຸມສຳມະນາແນະນຳແຜນການການປ່ຽນແປງຂອງດິນຟ້າອາກາດ ແລະ ບົດລາຍງານຕີລາຄາດິນຟ້າອາກາດແຫ່ງຊາດ, ຕາມຮູບແບບທາງໄກ ແລະ ໂດຍກົງ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເລກົງແທັງ ຊີ້ແຈ້ງວ່າ, ແຜນການການປ່ຽນແປງຂອງດິນຟ້າອາກາດທີ່ອັບເດັດປີ 2020 ແມ່ນອີງໃສ່ພື້ນຖານການປະກາດຫຼ້າສຸດຂອງຄະນະລະຫວ່າງລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ກອງປະຊຸມສຳມະນາກໍ່ແນະນຳບົດລາຍງານຕີລາຄາດິນຟ້າອາກາດແຫ່ງຊາດ. ນີ້ແມ່ນບົດລາຍງານສຳບັບທຳອິດໄດ້ຮັບການສ້າງຂຶ້ນ ເພື່ອແນໃສ່ໜູນຊ່ວຍໃຫ້ນັກຄຸ້ມຄອງ ແລະ ປະຊາຊົນມີຄວາມເຂົ້າໃຈກວ່າກ່ຽວກັບຈຸດທີ່ເປັນເອກະລັກ, ສະພາບຕົວຈິງ ແລະ ລະດັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນໄດ້ໄຈ້ແຍກການປ່ຽນແປງຂອງດິນຟ້າອາກາດທີ່ກະທົບໃສ່ ຫວຽດນາມ ໃນປະຈຸບັນ ແລະ ອະນາຄົດ. ຜ່ານນັ້ນສາມາດເຫັນໄດ້ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ. ບົດລາຍງານກໍ່ໃຫ້ຂໍ້ສັງເກດກ່ຽວກັບຄວາມມານະພະຍາຍາມ, ຜົນງານ ແລະ ການຂາດເຂີນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງ ຫວຽດນາມ ໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ