ກອງປະຊຸມສຳມະນາແບ່ງຂັ້ນຄຸ້ມຄອງຢູ່ລາວແລະຫວຽດນາມ

ກອງປະຊຸມສຳມະນາແບ່ງຂັ້ນຄຸ້ມຄອງຢູ່ລາວແລະຫວຽດນາມ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ລະ​ຫວ່າງ “ແບ່ງ​ຂັ້ນ​ຄຸ້ມ​ຄອງ​ຢູ່​ລາວ ແລະ ຫວຽດ​ນາມ"

(vovworld) - ​​​​​ໂດຍນອນ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ສ​ປ​ປ ລາວ, ຕອນ​ເຊົ້າ​ວັນ​ທີ 7/3, ທີ່​ສ​ຳ​ນັກ​ງາ​ນ​ສະ​ພາ​ແຫ່ງ​ຊາດ, ໄດ້​​ດຳ​ເນີນ​ກອງ​ປະ​ຊຸມ​ສຳ​ມະ​ນາ “ແບ່ງ​ຂັ້ນ​ຄຸ້ມ​ຄອງ​ຢູ່​ລາວ ແລະ ຫວຽດ​ນາມ, ບັນ​ດາ​ບົດ​ຮຽນ​ຂອງ​ສະ​ພາ​ແຫ່ງ​ຊາດ ໃນ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ຢູ່​ບັນ​ດາ​ແຂວງ, ນະ​ຄອນ ແລະ ຂອງ​ລັດ​ຖະ​ບານ​ຢູ່​ສູນ​ກາງ, ແຂວງ, ເມືອງ, ຕາ​ແສງ”. ທ່ານ​​ນາງ ຕ່ອງ​ທ​ິ​ຟ໋ອງ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ປ​ປ ລາວ ປາ​ນີ ​ຢ່າ​ທໍ່​ຕູ້ ເປັນ​ປ​ະ​ທານກອງ​ປະ​ຊຸມ. ກອງ​ປະ​ຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່ສະ​ແດງ​ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ສຳ​ລັບ​ບັນ​ດ​າ​ສາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ລັດ ແລະ ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ູ​ຄວາມມີ​ຊີ​ວິດ​ຊີ​ວາ​ຂອງ​ການ​ພົວ​ພັນ​ຮ່ວມ​ມື​ນັບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ 2 ປະ​ເທດ ຫວຽດ​ນາມ ແລະ ລາວ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ກາ​ນ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ​້​ອງ​ຖິ່ນ, ບັນ​ດາ​ນັກ​ຊ່ຽວ​ຊານ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ລັດ​ຂອງ ຫວຽດ​ນາມ ແລະ ລາວ ພ້ອມ​ກັນ​ແລກ​ປ່ຽນ​ບົດ​ຮຽນ​ຕົວ​ຈິງ ແລະ ເຮັດ​ແຈ້ງ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ການ​ແບ່ງ​ຂັ້ນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຄ້ມ​ຄອງ​ແຂວງ, ນະ​ຄອນ, ລະ​ຫວ່າງລັດ​ຖະ​ບານ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ເມືອງ, ຕາ​ແສງ.


ຂ່າວ/ບົດ​ອື່ນ