ກອງປະຊຸມສຳມະນາແລກປ່ຽນການຄ້າວິສາຫະກິດ ຫວຽດນາມ ແລະ ສເກົາຫລີ

ກອງປະຊຸມສຳມະນາແລກປ່ຽນການຄ້າວິສາຫະກິດ ຫວຽດນາມ ແລະ ສເກົາຫລີ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ “ການ​ແລກປ່ຽນການ​ຄ້າ ລະຫວ່າງ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ສ​.ເກົາຫລີ” ​
ພາບ:baodientu.chinhphu.vn

(vovworld)- ຕອນ​ເຊົ້າ​ວັນ​ທີ 19/7, ຢູ່ ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ້​ວ່າ: “ການ​ແລກປ່ຽນການ​ຄ້າ ລະຫວ່າງ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ສ​ເກົາຫລີ” ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກທຸລະກິດ​ສອງ​ປະ​ເທດ ກວ່າ 200 ຄົນ. ມີກວ່າ 3000 ​ໂຄງການ​ລົງທຶນ, ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ກວ່າ 20 ຕື້ USD, ​ປະຈຸ​ບັນ ສ​ເກົາຫລີ  ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ທີ 4 ຂອງ ຫວຽດນາມ ຖັດຈາກ​ຈີນ, ອາ​ເມ​ລິ​ກາ ​ແລະ ຍີ່​ປຸ່ນ. ພິ​ເສດ ​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້ ມີ​ສິນຄ້າ​ຂອງ​ຫວຽດນາມ ຫລາຍ​ປະ​ເພດ​ຄື: ສິນ​ໃນ​ນ້ຳ, ​ເຄື່ອງ​ຕຳ​ແຜ່ນ​ຕັດ​ຫຍິບ, ​ເຄື່ອງ​ເຟນີ​ເຈີ, ຢາງພາລາ, ກາ​ເຟ ​ໄດ້​ສົ່ງ​ໄປ​ຂາຍ​ຢູ່ ຕະຫລາດ ສ​ເກົາຫລີ. ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ Tran Quoc Khanh ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ປາດ​ຖະຫນາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ​ຈະ​ນັບ​ມື້​ນັບ​ພັດທະນາ ​ແລະ ວິ​ສາ​ຫະກິດ​ສອງ​ປະ​ເທດ ມີ​ຫລາຍ​ກາລະ​ໂອກາດ​ແລກປ່ຽນ​ການ​ຄ້າ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ລວມຂອງ​ສອງ​ປະ​ເທດ. ທ່ານ Tran Quoc Khanh ​​ເນັ້ນ​ຫນັກ​ວ່າ:

        “ຄວາມ​ສາມາດ​ບົ່ມ​ຊ້ອນ​ເພື່ອ​ພັດທະນາ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ ​ແມ່ນ​ໃຫຍ່​ຫລວງ. ສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ເມືອງ, ​ເສດຖະກິດ​, ວັດທະນະທຳ ລະຫວ່າງ​ສອງ​ປະ​ເທດ ​ແລະ ​ຮັດ​ແຫນ້ນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ ​ແລະ ສ​ເກົາຫລີ.”

ຂ່າວ/ບົດ​ອື່ນ