ກອງປະຊຸມສຳມະນາແລກປ່ຽນການຄ້າໂດຍກົງຜ່ານ ເຄືອຂ່າຍອີນເຕີແນດ ຫວຽດນາມ - ອີນເດຍ

ກອງປະຊຸມສຳມະນາແລກປ່ຽນການຄ້າໂດຍກົງຜ່ານ ເຄືອຂ່າຍອີນເຕີແນດ ຫວຽດນາມ - ອີນເດຍ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ແລກປ່ຽນ​ການ​ຄ້າໂດຍ​ກົງ
ຜ່ານ​ເຄືອຂ່າຍ​ອີນ​ເຕີ​ແນດ ຫວຽດນາມ - ອີນ​ເດຍ
(ພາບ: TTXVN)


(vovworld) - ​ໂດ​ຍປະຕິບັດ​ໂຄງການ​ສົ່ງ​ເສີມ​ການ​ຄ້າ​ຫວຽດນາມ 2013, ກະຊວງ​ການ​ຄ້າ​ຫວຽດນາມ ​ແລະ ອົງການການ​ຄ້າຫວຽດນາມ ປະຈຳ​ອີນ​ເດຍ ​ໄດ້​ສົມທົບ​ກັບ​ສະຫະພັນ​ບັນດາ​ອົງການ​ສົ່ງ​ອອກ​ອີນ​ເດຍ (FIEO) ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ​ແລກປ່ຽນ​ການ​ຄ້າໂດຍ​ກົງ​ຜ່ານ​ເຄືອຂ່າຍ​ອີນ​ເຕີ​ແນດລະຫວ່າງວິ​ສາ​ຫະກິດ​ຫວຽດນາມ - ອີນ​ເດຍ ຢູ່ຮ່າ​ໂນ້ຍ ​ແລະ ນິວ​ເດ​ລີ ​ໃນ​ວັນ​ທີ 26 ກັນຍາ.

        ທີ່​ການ​ພົບ​ປະ​ແລກປ່ຽນ​ໂດຍ​ກົງ​ຜ່ານ​ເຄືອຂ່າຍ​ອີນ​ເຕີ​ແນດ, ມີ​ຜູ້ຕາງ​ໜ້າ​ວິ​ສາ​ຫະກິດຂອງ 2 ປະ​ເທດ 50 ​ແຫ່ງໄດ້​ສະ​​ແດງ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ຕະຫຼາດ​ຢູ່​​ແຕ່ລະ​ປະ​ເທດ ​ແລະ ປາດ​ຖະໜາ​ວ່າ​ ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ 2 ຝ່າຍຈະສ້າງ​ທຸກ​ເງື່ອນ​ໄຫວ​ສະດວກ​ໃຫ້​ແກ່​ເຂົາ​ເຈົ້າ​​ເພື່ອກຳ​ໄດ້​ບັນດາຂໍ້​ມູນຂ່າວຕະຫຼາດ, ກາລະ​ໂອກາດ​ພົບ​ປະ​ແລກປ່ຽນ, ລົງທຶນ ​ແລະ ສົ່ງ​ອອກ, ນຳ​ເຂົ້າ​ສິນຄ້າປະ​ເພດ​ຕ່າງໆ​ທີ່​ຕົນ​ເອງ​ສົນ​ໃຈ. ຜູ້​ແທນ​ບາງ​ຄົນ​​ໄດ້ຍົກຄຳ​ຖາມທີ່​ກ່ຽວຂ້ອງ​ເຖິງ​ກາລະ​ໂອກາດດຳ​ເນີນ​ທຸລະ​ກິດ, ລົງທຶນ, ສ້າງ​ຕັ້ງ​ວິ​ສາ​ຫະກິດ, ​ເປີດ​ຫ້ອງ​ການ​ຕ່າງ​ໜ້າ...

ຂ່າວ/ບົດ​ອື່ນ