ກອງປະຊຸມສຳມະນາໜູນຊ່ວຍວິສາຫະກິດ ການາດາ ຊອກຮູ້ຕະຫຼາດ ຫວຽດນາມ

(VOVWORLD) -ຫວຽດນາມ ບັນລຸຍອດຜະລິດຕະພັນພາຍໃນປະເທດ (GDP) ແມ່ນ 8,02% ໃນປີ 2022, ລື່ນກາຍຄາດໝາຍທີ່ໄດ້ວາງອອກ ແລະ ແມ່ນລະດັບເຕີບໂຕສູງສຸດຢູ່ພາກພື້ນ ກໍຄືໃນເວລາ 11 ປີມານີ້.

ວັນທີ 18 ກຸມພາ, ສະມາຄົມນັກທຸລະກິດ ຫວຽດນາມ - ການາດາ (VCB Asociation) ປະຈຳ Vancouver ໄດ້ຈັດກອງປະຊຸມສຳມະນາ “ດຳເນີນທຸລະກິດຢູ່ ຫວຽດນາມ ແລະ ການາດາ, ບັນດາສິ່ງທີ່ນັກທຸລະກິດຄວນຮູ້”, ເພື່ອແນໃສ່ຊ່ວຍໃຫ້ວິສາຫະກິດ ການາດາ ມີຄວາມເຂົ້າໃຈກ່ວາອີກກ່ຽວກັບ ຫວຽດນາມ - ປະເທດໄດ້ຮັບຖືວ່າ ເປັນຄູ່ຮ່ວມມືໃຫຍ່ສຸດຂອງ ການາດາ ຢູ່ ອາຊຽນ ນັບແຕ່ປີ 2015 ມາຮອດປະຈຸບັນ, ຊື່ງໄດ້ດຶງດູດຜູ້ເຂົ້າຮ່ວມນັບຮ້ອຍຄົນ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນກວາງຈູງ, ຫົວໜ້າສະຖານກົງສູງໃຫຍ່ ຫວຽດນາມ ປະຈຳ Vancouver, ໄດ້ແນະນຳກ່ຽວກັບສະພາບການເສດຖະກິດ - ສັງຄົມ, ພິເສດແມ່ນບັນດາຜົນງານຂອງ ຫວຽດນາມ ໃນໄລຍະຜ່ານມາ ຜ່ານບັນດາຄວາມມານະພະຍາຍາມຟື້ນຟູ ແລະ ພັດທະນາເສດຖະກິດພາຍຫຼັງໂລກລະບາດໂຄວິດ-19. ຕາມນັ້ນແລ້ວ, ຫວຽດນາມ ບັນລຸຍອດຜະລິດຕະພັນພາຍໃນປະເທດ (GDP) ແມ່ນ 8,02% ໃນປີ 2022, ລື່ນກາຍຄາດໝາຍທີ່ໄດ້ວາງອອກ ແລະ ແມ່ນລະດັບເຕີບໂຕສູງສຸດຢູ່ພາກພື້ນ ກໍຄືໃນເວລາ 11 ປີມານີ້. ກອງປະຊຸມສຳມະນາຄັ້ງນີ້ ແມ່ນໜຶ່ງໃນບັນດາເຫດການສົ່ງເສີມການລົງທຶນດຳເນີນທຸລະກິດລະຫວ່າງ 2 ປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ການາດາ ໃນປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ