ກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍ

(VOVWORLD) -ກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍ ແລະ ຜັນຂະຫຍາຍການປະຕິບັດໂຄງການສ້າງກົດໝາຍ, ລັດຖະບັນຍັດຂອງສະພາແຫ່ງຊາດ ໄດ້ດຳເນີນໃນຕອນເຊົ້າວັນທີ 8 ກັນຍາ ຢູ່ສຳນັກງານສະພາແຫ່ງຊາດ.

ກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍ - ảnh 1ກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍ

(ພາບ: TTXVN)

ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ເປັນປະທານກອງປະຊຸມ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຊີ້ແຈ້ງບັນດາສິ່ງທີ່ຍັງຄົງຄ້າງ ແລະ ແກ່ຍາວໃນວຽກງານສ້າງກົດໝາຍ, ລັດຖະບັນຍັດ ພາໄປເຖິງໂຄງການຕ້ອງດັດປັບຫຼາຍເທື່ອ ແຕ່ການປະຕິບັດກໍ່ບໍ່ຖືກກັບແຜນການ, ຄຸນນະພາບບາງກົດໝາຍຍັງບໍ່ທັນສູງ. ບາງຄຳເຫັນກໍ່ຖືວ່າ: ເລື່ອງຈັດຕັ້ງການຮັບເອົາຄຳເຫັນໃນວິວັດການສ້າງກົດໝາຍ ບາງຄັ້ງຍັງມີລັກສະນະເປັນຮູບການ, ເວລາສັ້ນ, ເປົ້າໝາຍຮັບເອົາຄຳເຫັນຍັງບໍ່ທັນຄົບຖ້ວນ, ພິເສດແມ່ນ ເປົ້າໝາຍຖືກຜົນກະທົບຂອງໂຄງການ. ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ບຸ່ຍວັນກາ ສະເໜີວ່າ       

        “ຕາມປົກກະຕິ ເມື່ອສົ່ງບັນດາເອກະສານຮັບເອົາຄຳເຫັນຂອງບັນດາອົງການສຳນັກງານ ບັນດາອົງການເຫຼົ່ານີ້ຈະຮັບເອົາບັນດາເອກະສານດັ່ງກ່າວ, ຖ້າມອບໃຫ້ພະນັກງານວິຊາການ ຫຼື ບັນດາຜູ້ບໍ່ມີຄວາມຮັບຜິດຊອບ ເຂົາເຈົ້າກໍ່ຕີລາຄາ, ປະກອບຄຳເຫັນໃສ່ເອກະສານດັ່ງກ່າວ ແຕ່ຈະບໍ່ມີຄຸນນະພາບຄືດັ່ງພວກເຮົາຕ້ອງການ. ສະນັ້ນ ພວກຂ້າພະເຈົ້າສະເໜີບັນດາອົງການໄດ້ຮັບບັນດາເອກະສານທີ່ສະເໜີປະກອບຄຳເຫັນໃສ່ບັນດາໂຄງການສ້າງກົດໝາຍນັ້ນ ຕ້ອງປະກອບຄຳເຫັນຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບສູງ. ເຮັດໄດ້ຄືແນວນັ້ນ ລະບົບເອກະສານກົດໝາຍຂອງພວກເຮົາຈຶ່ງດີ ”.

        ບັນດາຜູ້ແທນຖືວ່າ ໃນໄລຍະຈະມາເຖິງ, ປະລິມານວຽກງານ ຕ້ອງປະຕິບັດແມ່ນຫຼາຍທີ່ສຸດ, ສະນັ້ນຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງຕ້ອງຍົກສູງຄວາມຮັບຜິດຊອບ, ປະຕິບັດໜ້າທີ່ສ້າງກົດໝາຍທີ່ໄດ້ຮັບມອບໝາຍຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ