ກອງປະຊຸມຫົວເລື່ອງສະເພາະກ່ຽວກັບການຮ່ວມມືດ້ານເສດຖະກິດແລະທ່ອງທ່ຽວ

ກອງປະຊຸມຫົວເລື່ອງສະເພາະກ່ຽວກັບການຮ່ວມມືດ້ານເສດຖະກິດແລະທ່ອງທ່ຽວ - ảnh 1
ກອງປະຊຸມຫົວເລື່ອງສະເພາະກ່ຽວກັບ
ການຮ່ວມມືດ້ານເສດຖະກິດແລະທ່ອງທ່ຽວ
(ພາບ: baocantho.com.vn)

(vovworld) - ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ຮ່ວມ​ມື​ບັນ​ດາ​ທ້ອງ​ຖິ່ນ​ຫວຽດ​ນາມ - ຝ​ລັ່ງ ຄັ້ງ​ທີ 10, ພວມ​ດຳ​ເນີນ​ຢູ່​ນະ​ຄອນ​ເກີນ​ເທີ, ຕອນ​ບ່າຍ​ວັນ​ທີ 14/09, ຜູ້​ຕາງ​ໜ້າ​ການ​ນຳ​ນະ​ຄອນ​ຫາຍ​ຟ່ອງ ແລະ ນະ​ຄອນ Brest ໄດ້​ເປັນ​ປະ​ທານຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ທ່ອງ​ທ່ຽວ. ຕາມ​ທ່ານ​ເລ​ແທງ​ເຊີນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອ​ນ​ຫາຍ​ຟ່ອງ ແລ້ວ, ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ເສດ​ຖະ​ກິດ​ສາ​ກົນ ແມ່ນ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ຍຸດ​ທະ​ສາດ​ພັດ​ທະ​ນາ​ແຫ່ງ​ຊາດ, ແມ່ນ​ຄວາມ​ຕ້ອງ​ການ​ທີ່​ຈ​ຳ​ເປັນ​ຂອງ​ 2 ປະ​ເທດ, ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ສະ​ພາບ​ຫັນ​ເປັນ​ທົ່ວ​ໂລ​ກ ແລະ ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂວາງ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, 2 ຝ່າຍ​ໄດ້​ທົບ​ທ້ວນ​ຄືນບັນ​ດາ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ທ່ອງ​ທ່ຽວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເວົ້າ​ລວ​ມ, ສຸມ​ໃສ່​ເລິກເ​ຂົ້າ​ໃນ​ຂົງ​ເຂດ​ສິນ​ໃນ​ນ້ຳ - ທ່ອງ​ທ່ຽວ, ແບ່ງ​ປັນ​ບົດ​ຮຽນ​ທີ່​ມີ​ປະ​ໂຫຍດ​ໃນ​ວິ​ວັດ​​ແຫ່ງການ​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື ແລະ ຊອກ​ຫາ​​ແບບວິ​ທີ, ມາດ​ຕະ​ການແກ້​ໄຂ​ໃຫ້​ບັນ​ດ​າ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ