ກອງປະຊຸມອຸປະຖຳສາກົນກ່ຽວກັບ ການຟື້ນຟູ Dafur ປະເທດຊູດັງ

ກອງປະຊຸມອຸປະຖຳສາກົນກ່ຽວກັບ ການຟື້ນຟູ Dafur ປະເທດຊູດັງ - ảnh 1

(ພາບ:Reuters)

(vovworld)- ​ຜູ້ຕາງໜ້າບັນດາ​ປະ​ເທດ​ອຸປະຖຳ ​ແລະ ກຸ່ມ​ອຸປະຖຳ​ຫາ​ກໍ່​ຈັດການ​ປະຊຸມ​ຢູ່​ນະຄອນຫຼວງ​ໂດ​ຮາ​ ຂອງ​ກາ​ຕາ ​ເພື່ອ​ແນ​ໃສ່​ຕົກລົງ​ກ່ຽວ​ກັບ​ຍຸດ​ທະ​ສາດ​ສ້າງສາ ​ແລະ ພັດທະນາ​ພາກ​ພື້ນ Dafur ຂອງຊຸ​ດັງ ຊື່​ງ​ແມ່ນ​ແຫ່ງ​ຖືກ​ທຳລາຍ​ໃນ​ການ​ປະ​ທະ​ກັນ​ທີ່​ແກ່ຍາວ​ໃນ​ຕະຫຼອດ 10 ປີຜ່ານມາ. ທີ່​ການ​ປະຊຸມ, ມີຄະນະ​ຜູ້​ແທນປະມານ 400 ຄະນະ​ໄດ້​ປຶກສາ​ຫາລື​ເພື່ອ​ຊອກ​ຫາ​ແຫຼ່ງອຸປະຖຳ​ໃນ​ຮອບ​ເວລາ 6 ປີ​ດ້ວຍ​ຈຳນວນ​ທຶນ​ປະມານ 7,2 ຕື້​ໂດ​ລາ​ສະຫະລັດ ​ເພື່ອ​ແນ​ໃສ່​ແກ້​ໄຂ​ສະພາບ​ຂາດ​ທັນ​ຍາ​ຫານ, ສະໜອງ​ຢຸກຢາ, ປົວ​ແປງ​ລະບົບ​ນ້ຳສະອາດ, ພື້ນຖານ​ໂຄງ​ລ່າງ ​ແລະ ຖະໜົນ​ຫົນທາງ​ໃຫ້​ແກ່​ພາກ​ພື້ນ.​ ອັງກິດ ​ໃຫ້​ຄຳໝັ້ນສັນຍາ​ວ່າໃນ​ແຕ່ລະ​ປີ​ຈະ​ອຸປະຖຳ​ຢ່າງໜ້ອຍ​ສຸດ​ແມ່ນ 16,5 ລ້ານ​ໂດ​ລາ​ສະຫະລັດ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ປູກຝັງ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ປະຊາຊົນ Dafur ​ໃນ​ຮອບ​ເວລາ 3 ປີຂ້າງ​ໜ້າ.

ຂ່າວ/ບົດ​ອື່ນ