ກອງ​ປະ​ຊຸມ​ອອນ​ລາຍ ບຸກ​ຄົນ​ທີ່​ນຳ​ໜ້າ​ໃນ​​ລັດ​ຖະ​ການ ຂອງ ອາ​ຊຽນ

(VOVWORLD) -   ຕອນເຊົ້າວັນທີ 18 ພະຈິກ, ກະຊວງພາຍໃນຫວຽດນາມ ໄດ້ສົມທົບກັບ ຄະນະລັດຖະການ ໄທ ຈັດຕັ້ງກອງປະຊຸມອອນລາຍ ບຸກຄົນນຳໜ້າພື້ນຖານລັດຖະການບັນດາປະເທດ ອາຊຽນ ຄັ້ງທີ 20.
ກອງ​ປະ​ຊຸມ​ອອນ​ລາຍ ບຸກ​ຄົນ​ທີ່​ນຳ​ໜ້າ​ໃນ​​ລັດ​ຖະ​ການ ຂອງ ອາ​ຊຽນ - ảnh 1ທ່ານເລຂາທິການໃຫຍ່ ຄະນະລັດຖະການ ໄທ  Patcharapakorn Devakula (ພາບ: ກະຊວງພາຍໃນ$
ທີ່ກອງປະຊຸມ, ບັນດາປະເທດ ສະມາຊິກ ອາຊຽນ ໄດ້ປຶກສາຫາລື ແລະ ໃຫ້ຄຳເຫັນກ່ຽວກັບບັນດາບັນຫາລັດຖະການຄື: ການບໍລິການສາທາລະນະ, ຄຸນສົມບັດສາທາລະນະ, ຫັນພື້ນຖານລັດຖະການເປັນທັນສະໄໝ, ຫັນການບໍລິຫານສາທາລະນະເປັນດີຈີຕອນ, ຊຸກຍູ້ການສ້າງລັດຖະບານເອເລັກໂຕນິກ ແລະ ການບໍລິການເອເລັກໂຕນິກ, ການຮ່ວມມືຍຸດທະສາດ ລະຫວ່າງບັນດາອົງການຂອງ ອາຊຽນ ແລະ ບັນດາຄູ່ຮ່ວມມື ເພື່ອສ້າງພື້ນຖານລັດຖະການມີໄຫວພິບໃນສັງກາດດີຈີຕອນ. ໃນປີ 2021, ຫວຽດນາມ ຈະດຳລົງຕຳແໜ່ງເປັນປະທານໝູນວຽນຂອງ ການຮ່ວມມື ອາຊຽນ ກ່ຽວກັບບັນດາບັນຫາລັດຖະການ ຄັ້ງທີ 21. ດ້ວຍຫົວຂໍ້ “ຫັນພື້ນຖານລັດຖະການເປັນທັນສະໄໝ ມຸ່ງໄປເຖິງປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ປີ 2021, ຫວຽດນາມ ຈະຈັດຕັ້ງກອງປະຊຸມ “ແບ່ງປັນປະສົບການກ່ຽວກັບການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການສ້າງພື້ນຖານການບໍລິຫານທັນສະໄໝ”. 

ຕອບກັບ

ຂ່າວ/ບົດ​ອື່ນ