ກອງ​ປະຊຸມ​ອອນ​ລາຍຂອງ​ບັນດາ​ເຈົ້າໜ້າທີ່​ອາວຸ​ໂສ​ລະຫວ່າງຂະ​​ແໜງ​ການອາຊຽນ - ອາ​ເມ​ລິ​ກາກ່ຽວກັບ​ບັນດາ​ກໍລະນີ​ສຸກ​ເສີນທາງ​ດ້ານ​ສາທາລະນະ​ສຸກ​ໃນວົງ​ຄະນະ​ຍາດ​

(VOVWORLD) -ກອງປະຊຸມອອນລາຍຂອງບັນດາເຈົ້າໜ້າທີ່ອາວຸໂສລະຫວ່າງຂະແໜງການອາຊຽນ - ອາເມລິກາກ່ຽວກັບບັນດາກໍລະນີສຸກເສີນທາງດ້ານສາທາລະນະສຸກໃນວົງຄະນະຍາດ ເພື່ອແນໃສ່ຊຸກຍູ້ການຮ່ວມມື ແລະປະສານສົມທົບລະຫວ່າງອາເມລິກາ ແລະອາຊຽນໃນການຮັບມືກັບໂລກລະບາດໂຄວິດ - 19.
ກອງ​ປະຊຸມ​ອອນ​ລາຍຂອງ​ບັນດາ​ເຈົ້າໜ້າທີ່​ອາວຸ​ໂສ​ລະຫວ່າງຂະ​​ແໜງ​ການອາຊຽນ - ອາ​ເມ​ລິ​ກາກ່ຽວກັບ​ບັນດາ​ກໍລະນີ​ສຸກ​ເສີນທາງ​ດ້ານ​ສາທາລະນະ​ສຸກ​ໃນວົງ​ຄະນະ​ຍາດ​ - ảnh 1 ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະSOM ASEAN - ຫວຽດນາມ ເປັນປະທານກອງປະຊຸມ (ພາບ: quocte.vn)

ກອງປະຊຸມດັ່ງກ່າວໂດຍທ່ານ ຫງວຽນກ໊ວກຢຸງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະSOM ASEAN - ຫວຽດນາມ, ປະທານກຸ່ມປະຕິບັດງານຂອງສະພາປະສານງານອາຊຽນກັບທ່ານ David Stilwell ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາຮັບຜິດຊອບບັນດາບັນຫາອາຊີຕາເວັນອອກ ແລະປາຊີຟິກ ເປັນປະທານຮ່ວມ.

ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫງວຽນກ໊ວກຢຸງ ເນັ້ນໜັກວ່າບັນດາຄວາມມານະພະຍາຍາມເປັນເຈົ້າການ ຮັບມືຢ່າງທັນການຂອງອາຊຽນ ນັບແຕ່ຫົວທີ ສາມາດບັນລຸໄດ້ບັນດາໝາກຜົນໃນເບື້ອງຕົ້ນ. ນະທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫງວຽນກ໊ວກຢຸງກໍໄດ້ສະເໜີບັນດາທິດທາງການຮ່ວມມືລະຫວ່າງອາຊຽນ ແລະອາເມລິກາ ໃນການຄວບຄຸມ, ສະກັດກັ້ນໂລກລະບາດກໍຄືການຮັບມືກັບບັນດາຜົນກະທົບທີ່ຫຍໍ້ທໍ້ກ່ຽວກັບເສດຖະກິດ - ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ເປັນປົກກະຕິ ແລະຢັ້ງຢືນວ່າ, ຫວຽດນາມຈະຕັ້ງໜ້າເສີມຂະຫຍາຍວຽກງານປະສານງານບັນດາຄວາມມານະພະຍາຍາມຂອງອາຊຽນ ເພື່ອຈຸດປະສົງນີ້.

        ໃນຂະນະນັ້ນ, ບັນດາປະເທດອາຊຽນ ແລະອາເມລິກາ ໃຫ້ຄໍາໝັ້ນສັນຍາວ່າຈະເພີ່ມທະວີການຮ່່ວມມື, ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ຮັບປະກັນຄວາມປອດໄພ ແລະສຸຂະພາບໃຫ້ແກ່ປະຊາຊົນ; ເຫັນດີຕັ້ງໜ້າແບ່ງປັນຂໍ້ມູນຂ່າວສານ, ປະສົບການ, ໜູນຊ່ວຍດ້ານເຕັກນິກໃນການຄວບຄຸມ, ສະກັດກັ້ນການແຜ່ລະບາດ ແລະປິ່ນປົວຜູ້ຕິດເຊື້ອ. ອາຊຽນ ແລະ ອາເມລິກາກໍຢັ້ງຢືນວ່າຈະຕັ້ງໜ້າສົມທົບກັນຊຸກຍູ້ບັນດາມາດຕະການ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຕໍ່ພື້ນຖານເສດຖະກິດ - ສັງຄົມຈາກໂລກລະບາດໃຫ້ຢູ່ໃນລະດັບຕ່ຳສຸດ, ຮັກສາຕະຫຼາດເປີດ, ຮັກສາການແລກປ່ຽນການຄ້າ, ການບໍລິການ ແລະ ການລົງທຶນໃຫ້ເປັນປົກກະຕິ, ຮັບປະກັນແຫຼ່ງສະໜອງບັນດາປະເພດສິນຄ້າທີ່ຈໍາເປັນ, ໂດຍສະເພາະແມ່ນອຸປະກອນການແພດ.

ຕອບກັບ

ຂ່າວ/ບົດ​ອື່ນ