ກອງປະຊຸມອະນຸກຳມະການ ຖະແຫຼງຂ່າວ ອາຊຽນ ຄັ້ງທີ 3

ກອງປະຊຸມອະນຸກຳມະການ ຖະແຫຼງຂ່າວ ອາຊຽນ ຄັ້ງທີ 3 - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

(vovworld) - ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ຄະນະ​ກຳມະການ​ວັດທະນະທຳ ຖະ​ແຫຼ​ງຂ່າວ ອາ​ຊຽນ ສັງກັດ ປະຊາ​ຄົມວັດທະ​ນະ​ທຳ ສັງຄົມ ອາ​ຊຽນ (ຫຼື ASCC), ຕອນ​ເຊົ້າ​ວັນ​ທີ 12/6, ຢູ່​ນະຄອນ ດ່າ​ໜັງ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານຫວຽດນາມ ​ໄດ້​ໄຂ​ກອງ​ປະຊຸມ ອະນຸ​ກຳມະການ ຖະ​ແຫຼງຂ່າວ ອາ​ຊຽນ ຄັ້ງ​ທີ 13. ​ເຂົ້າ​ຮ່ວມ​ກອງ​ປະຊຸມ ມີ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ຮັບຜິດຊອບ ກ່ຽວ​ກັບວຽກ​ງານ​ຖະ​ແຫຼງ​ຂ່າວ​ຂອງ 10 ປະ​ເທດ​ສາມາ​ຊິກ ອາ​ຊຽນ, ບັນດາ​ວິທະຍຸ, ​ໂທລະພາບ​ສູນ​ກາງ, ບັນດາ​ອົງການ​ສື່​ມວນ​ຊົນ, ບໍ​ລິ​ສັດ​ສື່ສານ​ໃຫຍ່​ຂອງ​ບັນດາ​ປະ​ເທດ ອາ​ຊຽນ.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ - ສື່ສານ​ຫວຽດນາມ Do Quy Doan ​ເນັ້ນ​ໜັກ​ວ່າ: ປະຈຸ​ບັນ, ສື່ສານ ສວມ​ບົດບາດ​ສຳຄັນ ​ແລະ ມີ​ບົດບາດ​​ເຊື່ອມ​ຕໍ່​ບັນດາ​ປະ​ເທດ​ໃນ​​ໂລກ ​ແລະ ພາກ​ພື້ນ, ​ໃນ​ນັ້ນ​ມີ​ພາກ​ພື້ນ​ອາ​ຊຽນ. ທ່ານ​ກ່າວ​ວ່າ:

“ກອງ​ປະຊຸມ​ຄັ້ງ​ທີ 13 ຂອງອະນຸ​ກຳມະການ ຖະ​ແຫຼ​ງຂ່າວ ອາ​ຊຽນ ​ແມ່ນ​ໂອກາດ ​ເພື່ອ​ໃຫ້​ພວກ​ເຮົາ​ຕີ​ລາຄາ​ຄື​ນບັນດາ​ປະສິດທິ​ຜົນ​ຂອງ​ບັນດາ​ໂຄງການ, ການ​ເຄື່ອນ​ໄຫວ​ຂອງອະນຸ​ກຳມະການຖະ​ແຫຼ​ງຂ່າວ ​ໃນ​ຊຸມ​ປີຜ່ານມາ ​ແລະ ​ແລກປ່ຽນ, ປຶກສາ​ຫາລື, ສະ​ເໜີ​ບັນດາ​ໂຄງການ, ລາຍການ​ຮ່ວມ​ມື​ໃໝ່ ​ໃນ​ຊຸມ​ປີ​ຕໍ່​ໄປ. ຂ້າພະ​ເຈົ້າ​ຫວັງ​ວ່າ, ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ການ​ເຄື່ອຍ​ໄຫວ​ຍຸດ​ທະ​ສາດ ກ່ຽວ​ກັບ​ການ​ໂຄສະນາ, ​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ, ​ແລກປ່ຽນ​ຂໍ້ມູນ​ຂ່າວສານ, ພັດທະນາ​ແຫຼ​່ງຊັບພະຍາກອນ​ມະນຸດ, ໜູນ​ຊ່ວຍ​ດ້ານ​ເຕັກນິກ, ນຳ​ໃຊ້​ເຕັກ​​ໂນ​ໂລ​ຢີ ຈະ​ໄດ້​ຮັບ​ການ​ປຶກສາ​ຫາລື​ບົນ​ພື້ນຖານ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດ​ທິຜົນ​ລະຫວ່າງ​ສະມາຊິກ​ອາ​ຊຽນ ​​ແລະ ບັນດາ​ປະ​ເທດ​ຄູ່​ເຈລະຈາ.”

ຂ່າວ/ບົດ​ອື່ນ