ກອງປະຊຸມຮີບດ່ວນຂັ້ນລັດຖະມົນຕີອາຊຽນກ່ຽວກັບອາດຊະຍາກຳຂ້າມຊາດ

ກອງປະຊຸມຮີບດ່ວນຂັ້ນລັດຖະມົນຕີອາຊຽນກ່ຽວກັບອາດຊະຍາກຳຂ້າມຊາດ - ảnh 1
ກອງປະຊຸມຮີບດ່ວນຂັ້ນລັດຖະມົນຕີອາຊຽນ
ກ່ຽວກັບອາດຊະຍາກຳຂ້າມຊາດ
(ພາບ: Vietnam+)


​(vovworld) - ກອງ​ປະຊຸມ​ຮີບ​ດ່ວນ​ຂັ້ນ​ລັດຖະມົນຕີ​ອາ​ຊຽນກ່ຽວ​ກັບອາດຊະຍາ​ກຳ​ຂ້າມ​ຊາດ (EAMMTC) ທີ່​ກ່ຽວຂ​້ອງ​ເຖິງ​ບັນຫາ​ອົບ​ພະຍົບຜິດ​​ປົກກະຕິ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 02/07, ຢູ່​ນະຄ​ອນຫຼວງ Kuala Lumpur, ປະ​ເທດ​ມາ​ເລ​ເຊຍ. ​ເຂົ້າ​ຮ່ວມ​ກອງປະຊຸມ​ມີ​ບັນດາ​ລັດຖະມົນຕີວ່າການ​ອາ​ຊຽນ ທີ່​ຮັບ​​ຜິດຊ​ອບກ່ຽວ​ກັບການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ ​ແລະ ບັນດາ​ຜູ້​ແທນ​ທີ່​ມາ​ຈາກ 10 ປະ​ເທດ​ສະມາຊິກ​ອາ​ຊຽນ., ຄະນະ​ເລຂາ​ອາ​ຊຽນ, ສຳນັກງານຂ້າ​ຫຼວງ​ໃຫຍ່​ສະຫະ​ປະຊາ​ຊາດ​ດ້ານ​ອົບ​ພະຍົບ (UNHCR), ອົງການ​ອົບ​ພະຍົບສາກົນ (IOM)… ​ຄະ​ນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​​ ​​ໂຕເລີມ ລັດຖະມົນຕີຊ່ວຍວ່າການ​ກະຊວງ​ຕະຫຼວດນຳ​ໜ້າ.

      ທີ່​ກອງ​ປະຊຸມ, ທ່ານ​ ໂຕ​ເລີມ, ​ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ໃຫ້​ຮູ້​ວ່າ, ສະພາບ​ຊາວ​ອົບ​ພະຍົບຜິດ​ປົກກະຕິ​ຄື​ປະຈຸ​ບັນ ​ພວມ​ຜັນ​​ແປ​ຢ່າງ​ສັບສົນ, ອາດ​ຈະ​ກາຍ​ເປັນວິ​ກິດ​ການ​ມະນຸດສະທຳ, ສົ່ງ​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫຼວງ​ເຖິງ​ສະພາບ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ​ໃນ​ພາກ​ພື້ນ, ກໍ​ຜົນ​ກະທົບ​ທີ່​ຫຍໍ້​ທໍ້​ເຖິງ​ຈຸດໝາຍ​ສ້າງ​ຕັ້ງ​ປະຊາຄົນ​ອາ​ຊຽນ​ ​ໃນ​ທ້າຍ​ປີ 2015. ຫວຽດນາມ ປາດ​ຖະໜາວ່າ ບັນຫາ​ນີ້ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍຢ່າງ​ໄວ ​ແລະ ​ເຖິງ​ຖອງ, ​ເພື່ອ​ແນ​ໃສ່​ຫຼີກ​ລ້ຽງ​ສ້າງ​ບໍ່​ໃຫ້​ເກີ​ດບັນດາ​ຫາ​ທີ່​ສະດຸ​້ງ​ໄວ​​ໃນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ; ພ້ອມ​ທັງ​ສະ​ເໜີ​ບັນດາ​ປະ​ເທດ​ສົມທົບ​ກັນ​ຜັນ​ຂະ​ຫຍາ​ຍມາດ​ຕະການ​ຮີບ​ດ່ວນ​ເພື່ອ​ສາມາດ​​ເພີ່ມ​ທະວີ​ການ​ເຄື່ອນ​ໄຫ​ວຊອກ​ຫາ, ກູ​​້​ໄພ​ກູ້​ຊີບ, ​​ເພີ່ມທະວີ​ກົນ​ໄກ​ແບ່ງປັນ​ຂໍ້​ມູນ…

ຂ່າວ/ບົດ​ອື່ນ