ກອງປະຊຸມຮັບປະກັນການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕເສດຖະກິດ

(VOVWORLD) -  ຫວຽດນາມ ທັງຕ້ອງຄວບຄຸມໄພເງິນເຟີ້ໃຫ້ເປັນຢ່າງດີ, ທັງຊຸກຍູ້ການ້ເຕີບໂຕ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ.
ກອງປະຊຸມຮັບປະກັນການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕເສດຖະກິດ - ảnh 1 (ທີ່ກອງປະຊຸມ)

        ຕອນເຊົ້າວັນທີ 08 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຈັດການປະຊຸມປະຈຳການລັດຖະບານກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອກວດກາ, ກຳແໜ້ນສະພາບການ, ຍົກອອກບັນດາມາດຕະການແກ້ໄຂ ເພື່ອຮັບປະກັນການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕເສດຖະກິດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ, ໃນໄລຍະຜ່ານມາ, ເສດຖະກິດ ຫວຽດນາມ ມີຈຸດເດັ່ນຫຼາຍຢ່າງໃນສະພາບທີ່ເສດຖະກິດໂລກປະສົບກັບຄວາມຫຍຸ້ງຍາກ. ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າບັນດາປັດໃຈຍາກທີ່ຈະຄາດຄະເນໄດ້ຢູ່ພາຍນອກນັ້ນ, ຫວຽດນາມ ທັງຕ້ອງຄວບຄຸມໄພເງິນເຟີ້ໃຫ້ເປັນຢ່າງດີ, ທັງຊຸກຍູ້ການ້ເຕີບໂຕ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ. ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງບາງໜ້າທີ່, ມາດຕະການແກ້ໄຂຈຸດສຸມໃນການພັດທະນາເສດຖະກິດ, ສັງຄົມ, ລວມມີ: ຍູ້ແຮງການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ໜູນຊ່ວຍວິສາຫະກິດ, ຊຸກຍູ້ການຜະລິດ, ດຳເນີນທຸລະກິດ…

        ກ່ຽວກັບການຄວບຄຸມໄພເງິນເຟີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັ້ກວ່າ, ຕ້ອງເປັນເຈົ້າການດັດສົມແຫຼ່ງສິນຄ້າໃນໂອກາດທ້າຍປີ, ງານບຸນ, ບຸນເຕັດ ເພື່ອສະກັດກັ້ນສິນຄ້າເພີ່ມລາຄາ. ກ່ຽວກັບໂຄງການຈຸດສຸມແຫ່ງຊາດຈຳນວນໜຶ່ງ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ສຸມໃສ່ສ້າງຂໍ້ກຳນົດດ້ານກົດໝາຍໃຫ້ສົມບູນແບບ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດດ້ານນິຕິກຳໃຫ້ແກ່ບັນດາວິສາຫະກິດ, ຍູ້ແຮງການຜັນຂະຫຍາຍບັນດາໂຄງການ.

ຕອບກັບ

ຂ່າວ/ບົດ​ອື່ນ