ກອງປະຊຸມຮ່ວມມື ຊາວໜຸ່ມບັນດາແຂວງຊາຍແດນ ຫວຽດນາມ-ລາວປີ 2013

ກອງປະຊຸມຮ່ວມມື ຊາວໜຸ່ມບັນດາແຂວງຊາຍແດນ ຫວຽດນາມ-ລາວປີ 2013 - ảnh 1
ການ​ນຳ​ຄະນະຊາວ​ໜຸ່ມ  2 ປະ​ເທດຫວຽດນາມ-ລາວ
 ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ (ພາບ: internet) 

Vovworld- ​ໃນ​ລະຫວ່າງ​ວັນ​ທີ 28-30/3, ຢູ່ນະຄອນຍາຈາງ ແຂວງແຄ້ງຮ່ວາ, ໄດ້ດຳເນີນກອງປະຊຸມ ຮ່ວມມື ຊາວໜຸ່ມລະຫວ່າງບັນດາແຂວງຊາຍແດນທີ່ເປັນແຮກສ່ຽວ ຫວຽດນາມ-ລາວປີ 2013. ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ ຕີລາຄາ​ສູງ​ໝາກຜົນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ຊາວ​ໜຸ່ມ​ບັນດາແຂວງ ຊາຍແດນທີ່ເປັນແຮກສ່ຽວ ຫວຽດນາມ-ລາວໃນປີ 2012 ຊຶ່ງແມ່ນປີສາມັກຄີ ມິດຕະພາບຫວຽດນາມ-ລາວ. ມີ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຕິດ​ແທດ​ຕົວ​ຈິງ​ຄື : ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຊາວ​ໜຸ່ມ​ຂອງ 2 ປະ​ເທດ, ຮ່ວມ​ມື​ກໍ່ສ້າງ ພະນັກງານ​ເຮັກ​ວຽກ​ງານຊາວ​ໜຸ່ມ, ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ ຊາວ​ໜຸ່ມບັນດາ​ແຂວງ, ນະຄອນ​ຂອງ 2 ​ປະ​ເທດ​ເວົ້າ​ລວມ ​ແລະ ບັນດາແຂວງທີ່​ມີ​ເສັ້ນຊາຍແດນຮ່ວມ​ເວົ້າ​ສະ​ເພາະ, ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ ຊາວ​ໜຸ່ມອາສາ​ສະໝັກ; ກໍ່ສ້າງ​ໝູ່​ບ້ານ​ມິດຕະພາບ ຊາວ​ໜຸ່ມ​ເຂດ​ຊາຍ​ແດນ ຫວຽດນາມ-ລາວ....ທີ່​ກອງ​ປະຊຸມ, ການ​ນຳ​ຄະນະ ຊາວ​ໜຸ່ມ  2 ປະ​ເທດຫວຽດນາມ-ລາວ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ, ​ໃນ​ນັ້ນ​ເປັນ​ເອກະ​ພາບ​ກັນ​ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ຄະນະ ຊາວ​ໜຸ່ມ​ແຂວງ, ນະຄອນ​, ບັນດາ​ຫົວໜ່ວຍ​ທີ່​ຂຶ້ນ​ກັບ​ສູນ​ກາງຄະນະ ຊາວ​ໜຸ່ມ  2 ປະ​ເທດ, ​ເປັນ​ຕົ້ນ​ແມ່ນບັນດາແຂວງຊາຍແດນ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ໂດຍ​ກົງ, ​ເຂົ້າຮ່ວມ​ການ​ກໍ່ສ້າງ​ເສັ້ນຊາຍ​ແດນ​ແຫ່ງ​ຄວາມ​ສະຫງົບ, ສັນຕິພາບ​, ການ​ຮ່ວມ​ມື ​ແລ​ະ ພັດທະນາ .

ຂ່າວ/ບົດ​ອື່ນ