ກອງປະຊຸມຮ່ວມມື ແລະ ພັດທະນາຢູ່ບັນດາແຂວງ ເຂດຊາຍແດນຫວຽດນາມ - ກຳປູເຈຍ ຄັ້ງທີ 7

ກອງປະຊຸມຮ່ວມມື ແລະ ພັດທະນາຢູ່ບັນດາແຂວງ ເຂດຊາຍແດນຫວຽດນາມ - ກຳປູເຈຍ ຄັ້ງທີ 7 - ảnh 1
( ພາບ: dantri.com.vn)

( vovworld ) - ວັນ​ທີ 9/3, ຢູ່​ນະຄອນ​ໂຮ່ຈິ​ມິນ, ກອງ​ປະຊຸມຮ່ວມມື ​ແລະ ພັດທະນາ​ຢູ່​ບັນດາ​ແຂວງ​​ເຂດຊາຍ​ແດນ​ຫວຽດນາມ - ກຳປູ​ເຈຍ ຄັ້ງ​ທີ 7 ​ໄດ້​ຖືກໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ​ໂດຍພາຍ​ໃຕ້​ການ​​ເປັນ​ປະທານ​ຂອງ​ທ່ານ ຟ໋າມບິ່ງ​ມິນ ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ​ແລະ ທ່ານ Sar Kheng ຮ​ອງນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ພາຍ​ໃນ​ກຳປູ​ເຈຍ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍັງ​ມີ​​ເຈົ້າ​ແຂວງ ​ແລະ ຮອງ​ເຈົ້າ​ແຂວງ​ຂອງ 20 ​ແຂວງເຂດຊາຍ​ແດນ​ຫວຽດນາມ ​ແລະ ກຳປູ​ເຈຍ. ທີ່​ກອງ​ປະຊຸມ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ນຳ​ກັນ​ໂດຍ​ຖືວ່າ​ ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຫວຽ​ດນາມ - ກຳປູ​ເຈຍ ສືບ​ຕໍ່​​​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ດີງາມ. ຍອດ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນບັນລຸ​​ໄດ້ກວ່າ 2,8 ຕື້ USD ​ໃນ​ປີ 2011 ( ​ເພີ່ມ​ຂຶ້ນ​ເກືອບ 55% ​ເມື່ອ​ທຽບກັບ​ປີ 2010 ). ວຽກ​ງານປັກ​ຫຼັກ​ໝາຍ​ຊາຍ​ແດນ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ, ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່ເຂດ​ຊາຍ​ແດນ​ໄດ້​ຮັບ​ການ​ຮັກສາ​ຢ່າງ​ໝັ້ນຄົງ. ສອງ​ຝ່າຍ​ກໍເຫັນ​ດີ​ນຳ​ກັນວ່າ​ ຈະ​ຜັນ​ຂະຫຍາຍ​ບັນດາ​ກົນ​​ໄກ​ນະ​ໂຍບາຍ​ບຸລິ​ມາ​ສິດ, ສົ່ງ​ເສີມ​ການ​ແລກປ່ຽນ​ການ​ຄ້າ​ຢູ່ເຂດ​ຊາຍ​ແດນ​ໃຫ້​ສຳ​ເລັດ​ຜົນ, ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ​ຂອງ​ສອງ​ປະ​ເທດ​ບັນ​ລຸ​ໄດ້ 5 ຕື້ USD ​ໃນ 5 ປີ​ທີ່​ຈະ​ມາ​ເຖິງ. ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ກໍ່ສ້າງ ​ແລະ ຍົກ​ສູງ​ພື້ນຖານ​ໂຄງ​ລ່າງ​ເຂດ​ຊາຍ​ແດນ, ຍູ້​ແຮງ​ລະດັບ​ຄວາມ​ໄວ​ໃນ​ວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ​ທາງບົກ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ບໍ່​ອະນຸຍາດໃຫ້​ກຳລັງ​ປໍ​ລະ​ປັກ​ໃດ​ໆ​ນຳ​ໃຊ້​ເຂດ​ດິນ​ແດນ​ຂອງ​ແຕ່ລະ​ປະ​ເທດ​ເພື່ອທຳລາຍຄວາມ​ສະຫງົບ​ປອດ​ໄພ ​ແລະ ສະຖຽນລະ​ພາບຂອງ​ປະ​ເທດຕົນ, ​ເພີ່ມ​ທະວີ​ການຮ່ວມມື​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ໝັ້ນຄົງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ທົ່ວ​ເສັ້ນ​ຊາຍ​ແດນ.

   ສິ້ນ​ສຸດ​ກອງປະຊຸມ, ສອງ​ຝ່າຍ​ໄດ້​ອອກ​ແຈ້ງການ​ຮ່ວມ​​ໂດຍຢືນຢັນ​ວ່າ​ ຈະສືບ​ຕໍ່​ຮ່ວມ​ມື ​ແລະ ພັດທະນາ​ລະຫວ່າງ​ບັນດາ​ແຂວງ​ເຂດ​ຊາຍ​ແດນ​ຫວຽດນາມ - ກຳປູ​ເຈຍ. ສອງ​ຝ່າຍ​ກໍ່​​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 8 ຢູ່​ລາ​ສະ​ອານາຈັກ​ກຳປູ​ເຈຍ​ ໃນ​ປີ 2013.

ຂ່າວ/ບົດ​ອື່ນ