ກອງປະຊຸມຮ່ວມມືດ້ານການທ່ອງທ່ຽວຫວຽດນາມ-ອິນເດຍ

ກອງປະຊຸມຮ່ວມມືດ້ານການທ່ອງທ່ຽວຫວຽດນາມ-ອິນເດຍ - ảnh 1
(ພາບ​ປະ​ກອບ)

(vovworld) - ​ຕອ​ນ​ບ່າຍ​ວັນ​ທີ 07/03, ຢູ່​ຮ່າ​ໂນ້ຍ, ສະ​ຖານ​ທູດ​ອິນ​ເດຍ ປະ​ຈຳ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ຈັດ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ - ອິນ​ເດຍ. ກອງ​ປະ​ຊຸ​ມ​ແມ່ນ​ເວ​ທີ​ປາ​ໄສ​ແລກ​ປ່ຽນ​ລະ​ຫວ່າງ​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຫວຽດ​ນາມ ແລະ ອິນ​ເດຍ ແລະ ເພື່ອ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ການ​ບິນ​, ພິ​ເສດ​ແມ່ນ Vietjet Air ແລະ Air India, ອາດແນະ​ນຳບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ ແລ​ະ ການ​ບິນ ແນ​ໃສ່​ຈຸດ​ປະ​ສົງ​ເພີ່ມ​ທະ​ວີ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຈາກ​ຫວຽດ​ນາມ ໄປ​ຍັງ​ອິນ​ເດຍ ແລະ ກົງ​ກັນ​​ຂ້າມ. ກອງ​ປະ​ຊຸມ​ກໍ່​ໂຄ​ສະ​ນາ​ກ່​ຽວ​ກັບ​ການ​​ເຊື່ອມ​ຕໍ່​ດ້ານ​ການ​ບິນ, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ - ອິນ​ເດຍ. ທີ່ກອງ​ປ​ະ​ຊຸມ, ທ່ານ​ນາງ ຫວ​ຽນ​ທິ​ແທງ​ຮືອງ, ຮອ​ງ​ຫົວ​ໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ໃຫ້​ຮູ້​ວ່າ.

        “ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, Vietnam Airline ແລະ Vietjet Air ຈະ​ເປີດ​ສາຍ​ການ​ບິນ​ໂດຍ​ກົງ​ເຖິງ​ອິນ​ເດຍ. ນີ້​ແມ່ນ​​ການ​ກະ​ທົບ​ຢ່າງ​ຕັ້ງ​ໜ້າ​ສຳ​ລັບ​ໂຄງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ 2 ປະ​ເທດ. ກົມ​ໃຫຍ່​ທ່ອງ​ທ່ຽວ​ ຈະ​ສົມ​ທົບ​ກັບ Vietnam Airline ແລະ Vietjet Air ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຊຸກ​ຍູ້​ຢູ່​ຕະ​ຫຼາດ​ອີນ​ເດຍ ກວ່າ​ອີກ ແລະ ພວກ​ຂ້າ​ພະ​ເຈົ້າ​ຈະ​ຈັດ​ບັນ​ດາ​ລາຍ​ການ​ແນະ​ນຳ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ຢູ່​ອິນ​ເດຍ”.

ຂ່າວ/ບົດ​ອື່ນ