ກອງປະຊຸມຮ່ວມມືລົງທຶນຫວຽດນາມ-ລາວ 2016


ກອງປະຊຸມຮ່ວມມືລົງທຶນຫວຽດນາມ-ລາວ 2016 - ảnh 1

ການປະຊຸມຂ່າວແນະນຳກ່ຽວກັບ
ກອງປະຊຸມ​ຮ່ວມ​ມື​ລົງທຶນ​ຫວຽດນາມ-ລາວ 2016
(ພາບ: ອິນເຕີແນດ)

(vovworld) – “ກອງປະຊຸມ​ຮ່ວມ​ມື​ລົງທຶນ​ ຫວຽດນາມ-ລາວ 2016 “ ຈະ​ດຳ​ເນີນ​ໃນ​ລະຫວ່າງວັນ​ທີ 26 ​ແລະ 27/3 ຢູ່​ນະຄອນ ດ່າ​ນັ້ງ. ກອງປະຊຸມ​ຮ່ວມ​ມື​ລົງທຶນ​ ຫວຽດນາມ-ລາວ 2016 ຈະ​ສຸມ​ໃສ່​ເນື້ອ​ໃນ​ ທີ່​ມີ​ການກຳນົດ​ທິດ​ຮ່ວມ​ມື​ລົງທຶນ​ເຂົ້າ​ບັນດາ​ຂະ​ແໜງ, ຂົງ​ເຂດ, ສະຖານ​ທີ່​ເຊິ່ງຝ່າຍ ​ລາວ​ບຸລິ​ມາ​ສິດ​ດຶງ​ດູດ​ການ​ລົງທຶນ​ຈາກ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ບັນດາ​ນະ​ໂຍບາຍ​ພິ​ເສດ, ໜູນ​ຊ່ວຍ​ຂອງ​ລັດຖະບານ ​ລາວ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ ຫວຽດນາມ. ນີ້​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ ​ຫວຽດນາມສຳຜັດ​ກັບ​ບັນດາ​​ໂຄງການ​ລົງທຶນ​ໃໝ່​ຢູ່​ ລາວ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່ ​ແລະ ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລົງທຶນ, ດ້ານ​ການ​ຄ້າ, ການທ່ອງທ່ຽວ, ຄົມມະນາຄົມ… ​ໃນ​ໄລຍະ​ຈະ​ມາ​ເຖິງ. ກອງ​ປະຊຸມ​ກໍ່​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ​ຮ່ວມ​ມື​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ ພ້ອມ​ກັບ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ໜູນ​ຊ່ວຍ​ຂອງ​ລັດຖະບານ​ສອງ​ປະ​ເທດ, ​ເພື່ອ​ແນ​ໃສ່​ສ້າງ​ກະ​ແສ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ​ເຂົ້າ​ ລາວ​ໃນ​ໄລຍະ​ຈະ​ມາ​ເຖິງ, ປະກອບສ່ວນ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ.

        ມາ​ຮອດ​ປະຈຸ​ບັນ​ຍອດ​ຈຳນວນ​ເງິນ​ລົງທຶນ​ຂອງ​ ຫວຽດນາມ​ເຂົ້າ ​ລາວ​ແມ່ນ​ເກືອບ 5 ຕຶ້ USD.

 

ຕອບກັບ

ຂ່າວ/ບົດ​ອື່ນ