ກອງປະຊຸມຮ່ວມມືລົງທຶນຫວຽດນາມ-ລາວ ຄັ້ງທີ 2 ປີ 2016

ກອງປະຊຸມຮ່ວມມືລົງທຶນຫວຽດນາມ-ລາວ ຄັ້ງທີ 2 ປີ 2016 - ảnh 1
ກອງປະຊຸມຮ່ວມມືລົງທຶນຫວຽດນາມ-ລາວ ຄັ້ງທີ 2 ປີ 2016
(ພາບ: VTV)

(vovworld) - ຕອນ​ເຊົ້າ​ວັ​ນ​ທີ 27/03, ຢູ່​ນະ​ຄອນ​ດ່ານັ້ງ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ 2 ປະ​ເທດ​ຫວຽດ​ນາມ - ລາວ ໄດ້​ຈ​ັດ “ກອງ​ປະ​ຊຸມ​ຮ່ວມ​ມື​ລົງ​ທຶນ​ຫວຽດ​ນາມ - ລາວ ຄັ້ງ​ທີ 2 ປີ 2016”. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສົມ​ສະ​ຫວ​າດ ເລັ່ງ​ສະ​ຫວັດ; ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ 2 ປະ​ເທດ​ເປັນ​ປະ​ທານກອງ​ປະ​ຊຸມ.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມຮ່ວມ​ມື​ຫວຽດ​ນາມ - ລາວ ຊີ້​ແຈ້ງວ່າ.

        “ທີ່ກອງ​ປະ​ຊຸມ​ນີ້, ພວກ​ເຮົາ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຮ່ວມ​ມື ແລະ ກຳ​ນົດ​ທິດ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ແມ່ນ​ຫຍ​ັງ. ຖື​ຜົນ​ປະ​ໂຫຍດ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ແມ່ນ​ຜົນ​ປະ​ໂຫຍດ​ຂອງ​ລາວ ແລະ ກົງ​ກັນ​ຂ້າມ. ສະ​ນັ້ນ, ອີງ​ໃສ່​ມະ​ຕິ​ຄັ້ງ​ທີ 9 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ກ່ຽວ​ກັບ​ເປົ້າ​ໝາຍ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​​ໃຫ້ພວກ​ເຮົາ​ກຳ​ນົດ​ທິດ​ຄວາມ​ຕ້ອງ​ການ. ພິ​ເສດ, ພວກ​ເຮົາ​ແກ້​ໄຂ​ຂໍ້​ຕິດ​ຂັດ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ 2 ຝ່າຍ. ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ຂອງ 2 ກົມ​ການ​ເມືອງ, ພວກເຮົ​າ​ກຳ​ນ​ົດ​ທິດ​​ການ​ລົງ​ທຶນ​ເຂົ້າ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ກິດ​ຈະ​ກຳ​ທີ່​ມີ​ປະ​ສິດ​ທິ​ຜົນ, ນັບ​ທັງ​ທຶນ ODA, FDI ເຂົ້າ​ບັນ​ດາ​ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຂອງ​ລາວ”.

        ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ສົມ​ສະ​ຫວ​າດ ເລັ່ງ​ສະ​ຫວັດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​​ລາວ - ຫວຽດ​ນາມ ກໍ​ສະ​ເໜີ​ໃຫ້ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ ແລະ ທ້​ອງ​ຖ​ິ່ນ​ຂອງ 2 ປະ​ເທດ ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພື່ອ​ເຮັດ​ແນວ​ໃດ​ຮັດ​ແໜ້ນ​ນຳ​້​ໃຈ​ສາ​ມັກ​ຄີ​ຫວຽດ​ນາມ - ລາວ ໃຫ້​ຂ້ຽ​ວ​ສົດ​ງົດ​ງາມຕະ​ຫຼອດ​ໄປ.

ຂ່າວ/ບົດ​ອື່ນ