ກອງປະຊຸມຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ລາວ, ໄທ

ກອງປະຊຸມຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ລາວ, ໄທ - ảnh 1
  ກອງ​ປະຊຸມຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽ​ດນາມ,
ລາວ, ​ໄທ ກ່ຽວ​ກັບ​ແລວ​ເສດຖະກິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກ

( ພາບ: vietnamplus.vn )

( vovworld ) -   ຕອນ​ເຊົ້າ​ວັນ​ທີ 18/5, ຢູ່​ແຂວງ​ກວາງ​ຈິ້, ​ໄດ້​ໄຂ​ກອງ​ປະຊຸມຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽ​ດນາມ, ລາວ, ​ໄທ ກ່ຽວ​ກັບ​ແລວ​ເສດຖະກິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກ. ຜູ້ຕາງໜ້າ​ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ 3 ​ປະ​ເທດ, ບັນດາ​ແຂວງນະຄອນ​ເຊິ່ງນອນ​ໃນແລວ​ເສດຖະກິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກຂອງ​ທັງ​ 3 ​ປະ​ເທດຫວຽ​ດນາມ, ລາວ, ​ໄທ, ບັນດາ​ອົງການ​ສາກົນ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Ho Xuan Son ​ຖື​ວ່າ ​ເພື່ອ​ຂຸດ​ຄົ້ນຜົນ​ປະ​ໂຫຍ​ດຂອ​ງແລວ​ເສດຖະກິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກຢ່າງ​ສຸດ​ຂີດ, ບັນດາ​ປະ​ເທດ​ຕ້ອງການ:

        “ ບັນດາ​ປະ​ເທດ​ຕ້ອງ​ແບ່ງປັນ​ວິ​​ໄສ​ທັດ, ພ້ອມ​ກັນ​ກຳນົດ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທ້າຍ,ກົນ​ໄກ​ຮ່ວມ​ມື, ຂັ້ນ​ຕອນແກ້​ໄຂ, ໜູນ​ຊ່ວຍ​ບັນດາ​ເວທີ​ປາ​ໄສ​ໃນ​ຂອບ​ເຂດ​ອານຸພາກ​ພື້ນ​ແມ່ນ​ນ້ຳຂອງ​ເປີດ​ກວ້າງ ( GMS ). ກໍ່ສ້າງ​ກົນ​ໄກ​ສົມທົບ​ກັນຕີ​ລາຄາ​ບັນດາ​ດ້ານ​ດີ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ ຈຳ​ເປັນ​ຕ້ອງ​ມີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຂອງ​ບັນດາ​ກະຊວງ​ຂະ​ແໜງ​ສູນ​ກາງ, ທ້ອງ​ຖິ່ນ​ລະຫວ່າງ​ບັນດາ​ປະ​ເທດຢູ່ແລວ​ເສດຖະກິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກຢ່າງ​ແໜ້ນ​ແຟ້ນ ”.

        ທີ່​ກອງ​ປະຊຸມ, ຜູ້ຕາງໜ້າ​ 3 ປະ​ເທດຫວຽ​ດນາມ, ລາວ, ​ໄທ ກໍ​ເປັນ​ເອກະ​ພາບ​ນຳ​ກັນ​ກ່ຽວ​ກັບທັດສະນະ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ບັນ​ດາ​ອົງການ​ສາກົນ, ພິ​ເສດ​ແມ່ນ​ຍີ່ປຸ່ນ ​ແລະ ທະນາຄານ​ພັດທະນາ​ອາຊີ, ​ແນະນຳ, ​ໂຄສະນາ ​ແລະ ສົງ​ເສີມ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ຄວາມ​ສາມາດ​ບົ່ມ​ຊ້ອນ ທ່າ​ແຮງ​ຂອງ​ທ້ອງ​ຖິ່ນ ​ແລະ ນັບທັງ​ພາກ​ພື້ນ, ນຳແລວ​ເສດຖະກິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກ ຈາກແລວ​ທາງຄົມ​ມະນະ​ຄົມບົກ​ໃຫ້​ກາຍ​ເປັນ​ແລວເສດຖະກິດພັດທະນາ.

ຂ່າວ/ບົດ​ອື່ນ