ກອງປະຊຸມເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ

ກອງປະຊຸມເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ  - ảnh 1
ລັດຖະມົນຕີແຜນການ ແລະ ການລົງທຶນ ບຸ່ຍກວາງວີງ ເຂົ້າຮ່ວມກອງປະຊຸມ
(ພາບ:Xuân Khu/TTXVN)

(vovworld) – ວັນ​ທີ 12/9, ກອງ​ປະຊຸມ​ຄະນະ​ກຳມະການ​ປະສານ​ງານລວມ ເຂດ​ສາມ​ຫຼ່ຽມພັດທະນາ​ກຳປູ​ເຈຍ-ລາວ-ຫວຽດນາມ ຄັ້ງ​ທີ 9 ​ໄດ້​ດຳ​ເນີນ​ຢູ່​ແຂວງ​ຊຽມຮຽບ, ກຳປູ​ເຈຍ. ກອງ​ປະຊຸມ​ກໍ່​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ ກຳປູ​ເຈຍ-ລາວ-ຫວຽດນາມກວ່າ​ອີກ​ໃນ​ບັນດາ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ, ການ​ເກັບ​ກູ້​ລະ​ເບີດ​ທີ່​ຄ້າງ​ໄວ້​ຫຼັງ​ສົງຄາມ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ສິ່ງ​ແວດ​ລ້ອມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ຮັກສາ​ການ​ພັດທະນາ​ໃນ ເຂດ​ສາມ​ຫຼ່ຽມພັດທະນາ​ກຳປູ​ເຈຍ-ລາວ-ຫວຽດນາມ. ສິ້ນ​ສຸດ​ກອງ​ປະຊຸມ. ລັດຖະມົນຕີ​ທັງ​ສາມ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ກອງ​ປະຊຸມ, ​ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ຄວາມ​ພາກ​ພູມ​ໃຈ​ຕໍ່​ຄວາມ​ກ້າວໜ້າ​ຕ່າງໆ​ຂອງ​ບັນດາ​ປະ​ເທດ ກຳປູ​ເຈຍ-ລາວ-ຫວຽດນາມ ​ໃນ​ການປັບປຸງ​ແຜນການ​ສັງ​ລວມ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍ້ອນ​ຂາດ​ແຫຼ່ງທຶນ ​ແລະ ການ​ປະສານ​ສົມທົບ​ລະຫວ່າງ​ສາມ​ປະ​ເທດ​ໃນ​ການ​ປະຕິບັດ​ບັນດາ​ຄຳ​ເຫັນ​ຂອງ​ນາຍົກລັດຖະມົນຕີສາມປະ​ເທດ​ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທີ 7 ຢູ່​ວຽງ​ຈັນ, ປະ​ເທດ​ລາວ​ໃນ​ວັນ​ທີ 12/3/2012, ບັນດາ​ລັດຖະມົນຕີ​ສະ​ເໜີ, ບັນດາ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ (SOM) ​ແລະ ບັນດາ​ອະນຸ​ກຳມະການ​ຕ້ອງ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ຂອງ​ຕົນ​ກ່ອນ​ທີ່​ກອງ​ປະຊຸມ​ຂັ້ນ​ສູງ ກຳປູ​ເຈຍ-ລາວ-ຫວຽດນາມ ຈະ​ຈັດ​ຕັ້ງ​ໃນ​ລະຫວ່າງ​ວັນ​ທີ 23-25/11 ຢູ່​ວຽງ​ຈັນ, ປະ​ເທດລາວ.


ຂ່າວ/ບົດ​ອື່ນ