ກອງ​ປະ​ຊຸມເຈ​ລະ​ຈາ ສົນ​ທະ​ນາ 2023: ເປີດກວ້າງ​ວາ​ລະ​ດຳ​ເນີນ​ງານ ແລະ ເພີ່ມ​ທະ​ວີການແລກ​ປ່ຽນ​ເຊິ່ງ​ກັນ​ ແລະ​ ກັນ

(VOVWORLD) -ສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS), ເຊິ່ງເປັນຫົວໜ່ວຍຈັດຕັ້ງກອງປະຊຸມສົນທະນາ ສີລັງກາ ໃຫ້ຮູ້ວ່າ ການສົນທະນາ ສີລັງກາ ປີ 2023 ຈະດຳເນີນແຕ່ວັນທີ 02 – 04 ມິຖຸນາ ຢູ່ ສິງກະໂປ ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນຫາຄວາມໝັ້ນຄົງ - ການປ້ອງກັນຊາດທີ່ພວມພົ້ນເດັ່ນຂຶ້ນຢູ່ພາກພື້ນ ແລະ ບົດບາດເປັນໃຈກາງຂອງ ອາຊຽນ ໃນສ້າງໂຄງສ້າງຄວາມໝັ້ນຄົງ ພາກພື້ນ ອາຊີ - ປາຊີຟິກ ໃຫ້ເປັນຮູບປະທຳ.
ກອງ​ປະ​ຊຸມເຈ​ລະ​ຈາ ສົນ​ທະ​ນາ 2023: ເປີດກວ້າງ​ວາ​ລະ​ດຳ​ເນີນ​ງານ ແລະ ເພີ່ມ​ທະ​ວີການແລກ​ປ່ຽນ​ເຊິ່ງ​ກັນ​ ແລະ​ ກັນ - ảnh 1ພິທີໄຂກອງປະຊຸມສົນທະນາ ສີລັງກາ ປີ 2022 (ພາບ: ຄະນະຈັດຕັ້ງ) 

ຕາມຄະນະຈັດຕັ້ງແລ້ວ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 20 ປີ, ວາລະດຳເນີນງານຂອງກອງປະຊຸມສົນທະນາໄດ້ຮັບການເປີດກວ້າງ, ເພີ່ມທະວີລັກສະນະແລກປ່ຽນລະຫວ່າງຜູ້ປະຖຸະກະຖາ ກັບ ຜູ້ແທນເຂົ້າຮ່ວມ.

        ໃນຂອບເຂດຂອງກອງປະຊຸມສົນທະນາ, ຄາດວ່າ ຈະດຳເນີນ 7 ວາລະປະຊຸມຄົບຄະນະດ້ວຍຫົວຂໍ້: ບົດບາດນຳພາຂອງ ອາເມລິກາ ຢູ່ພາກພື້ນ ອິນເດຍ - ປາຊີຟິກ; ສ້າງພາກພື້ນ ອາຊີ - ປາຊີຟິກ ໃຫ້ດຸ່ນດ່ຽງ ແລະ ມີສະຖຽນລະພາບ; ແກ້ໄຂຄວາມເຄັ່ງຕຶງໃນພາກພື້ນ; ຄວາມເປັນລະບຽບຮຽບຮ້ອຍຄວາມໝັ້ນຄົງໃນການເດີນເຮຶອ ທີ່ພົ້ນເດັ່ນຂຶ້ນຢູ່ ອາຊີ; ບັນດາຂໍ້ລິເລີ່ມໃໝ່ດ້ານຄວາມໝັ້ນຄົງຂອງ ຈີນ; ການພົວພັນຄູ່ຮ່ວມມືໃໝ່ເພື່ອຄວາມໝັ້ນຄົງ ອາຊີ - ປາຊີຟິກ ແລະ ພັດທະນາຮູບແບບຮ່ວມມືທາງດ້ານຄວາມໝັ້ນຄົງ. ນອກຈາກນັ້ນ, ກໍໄດ້ສະເໜີ 6 ວາລະປຶກສາຫາລືກ່ຽວກັບບັນດາບັນຫາ ຄວາມໝັ້ນຄົງ - ການປ້ອງກັນຊາດຢູ່ພາກພື້ນ ອາຊີ - ປາຊີຟິກ, ບົດບາດເປັນໃຈກາງຂອງ ອາຊຽນ ໃນການສ້າງໂຄງສ້າງຄວາມໝັ້ນຄົງຂອງພາກພື້ນ ອາຊີ - ປາຊີຟິກ….

ນັກຂ່າວ VOV ປະຈຳ ໄທ

ຕອບກັບ

ຂ່າວ/ບົດ​ອື່ນ