ກອງປະຊຸມເຈລະຈາຂັ້ນສູງ ລະຫວ່າງ ຫວຽດນາມ ແລະ ແບນຊິກ

ກອງປະຊຸມເຈລະຈາຂັ້ນສູງ ລະຫວ່າງ ຫວຽດນາມ ແລະ ແບນຊິກ - ảnh 1
(ພາບ: xaluan.com)

​(.vovworld)-ໃນ​ຂອບ​ເຂດການ​ຢ້ຽມຢາມ ​ແລະ ​ເຮັດວຽກຢູ່ ລາຊະ​ອານາຈັກ​ ​​​ແບນ​ຊິກ  ແຕ່​ວັນ​ທີ 25 – 27/9 , ວັນ​ທີ 26/9, ທ່ານ ຮວາງ​ຈຸ​ງຫາ​ຍ ຮອງ​ນາຍົກລັດຖະມົນຕີ ​ໄດ້​ເຈລະຈາ​ ກັບ ທ່ານ Johanne Van de Lanotte ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນລັດຖະມົນຕີ​ວ່າການ ກະຊວງ​ເສດຖະກິດ, ​ໃຊ້​ສອຍ ​ແລະ ທະ​ເລ​ເໜືອ​​ແບ​ນຊິກ

        ສອງ​ຝາຍໄດ້​ແລກປ່ຽນ ​ແລະ ​ເປັນ​ເອກະ​ພາບ​ບັນດາ​ມາດຕະການ​ຊຸກຍູ້ການ​ພົວພັນ​ທັງ​ສອງ​ຝ່າຍ, ​ເປັນ​ຕົ້ນ​ແມ່ນ : ​ເພີ່ມ​ທະວີ​ການຮ່ວມ​ມື​​ໃນບັນດາ​​ເວທີ​ປາ​ໄສຫຼາຍ​ຝ່າຍ ​ແລະ ອົງການສາກົນ; ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ສອງ​ປະ​ເທດ ​ຮ່ວມ​ມື​ກັນ​ ​ໃນ​ຂົງ​ເຂດ​ບູລິ​ມະ​ສິດ ຄື : ຂະຫຍາຍ​ທ່າ​ກໍ່າ​ປັ່ນ ​ແລະ ບໍລິການພະລາທິການ , ຄົມມະ​ນາ​ຄົມຂົນ​ສົ່ງ, ​ເຕັກ​ໂນ​ໂລ​ຊີ​ຂຽວ, ເຕັກ​ໂນ​ໂລ​ຊີ​ສູງ, ເຕັກ​ໂນ​ໂລ​ຊີການບິນ - ອາ​ວະ​ກາດ.  ທ່ານ Johanne Van de Lanotte ຮອງ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ : ​​ແບ​ນຊິກ ພ້ອມ​ແລ້ວ​​ເປັນ​ປະຕູ ​ເພື່ອ​ໃຫ້​ ຫວຽດນາມ ​ເພີ່ມ​ທະວີ​ຮ່ວມ​ມື​ກັບ​​ເອີ​ລົບ. ສອງ​ຝ່າຍ​ໄດ້​ເຫັນ​ດີ ຈະ​ຈັດ​ຕັ້ງ​ປະຊຸມ​ຄັ້ງ​ທີສອງ​ ຂອງ​ຄະນະ​ກຳມະການປະສົມ ກ່ຽວ​ກັບ ການ​ຮ່ວມ​ມື​ເສດຖະກິດ ຫວຽດນາມ-ແບ​ນຊິກ  ​ແລະ ສືບ​ຕໍ່ ສົມທົບ​ກັນ ຜັນ​ຂະຫຍາຍ ​ບັນດາ​ໂຄງການ​ໃນ​ຂອບ​ເຂດ ​ໂຄງການ​ກຳນົດ​ທິດ​ຮ່ວມ​ມື ​ໄລຍະ​ປີ 2011 – 2015 ​ໃຫ້​ມີ​ປະ​ສິດທິ​ຜົນ.

        ພາຍຫຼັງ​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ລົງ​ນາມ​​ໃນ “ ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການຜັນ​ຂະຫຍາຍ ​ໂຄງການ​ກໍ່ສ້າງ​ນະ​ໂຍບາຍ​ປ່ຽນ​ໃໝ່ ​ແລະ ພັດທະນາ​ບັນດາ​ຮາກ​ຖານ​ບຳລຸງ​ກໍ່ສ້າງ​ນັກທຸລະ​ກິດ “ ​ແລະ  “ ບົດ​ບັນທຶກຊ່ວຍ​ຈຳ ກ່ຽວ​ກັບ ການ​ຮ່ວມ​ມື, ປະຕິບັດ​ໂຄງການ ຍົກ​ສູງ​ຄຸນ​ນະພາ​ບ ບຳບັດ​ສິ່ງ​ເສດ​ເຫຼືອທາງ​ການ​ແພດ ​ໃຫ້​ນະຄອນຫຼວງ ຮ່າ​ໂນ້ຍ ”


ຂ່າວ/ບົດ​ອື່ນ