ກອງປະຊຸມເຈລະຈາຂັ້ນສູງຫວຽດນາມ-ກຳປູເຈຍ

       ກອງປະຊຸມເຈລະຈາຂັ້ນສູງຫວຽດນາມ-ກຳປູເຈຍ - ảnh 1
ກອງປະຊຸມເຈລະຈາຂັ້ນສູງຫວຽດນາມ-ກຳປູເຈຍ

(vovworld) – ​ ວັນ​ທີ 20/12 ພາຍຫລັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່ສຳນັກ​ງານ​ປະທານ​ປະ​ເທດ, ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ​ແຫ່ງ​ລາຊະ​ອານາຈັກ ກຳປູ​ເຈຍ Sandech Hunsen.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້ຊົມ​ເຊີຍທ່ານ​ນາຍົກລັດຖະມົນຕີ Sandech Hunsen ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​​ເປັນ​ຂີດ​ໝາຍ​ສຳຄັນ​ນຳ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ໃຫ້ສືບ​ຕໍ່​ພັດທະນາ​ຢ່າງ​ໝັ້ນຄົງ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ ຮັກສາ​ການ​ແລກປ່ຽນ​ບັນດາ​ການ​ຢ້ຽມຢາມ, ພົບ​ປະລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ກໍ່​ຄື​ລະຫວ່າງ​ບັນດາກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ອົງການ​ຈັດ​ຕັ້ງ​ມະຫາຊົນ 2 ປະ​ເທດ; ພ້ອມ​ທັງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ສັນຍາ, ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ​ລະຫວ່າງ 2 ປະ​ເທດ​, 2 ລັດຖະບານຢ່າ​ງມີ​ປະສິດທິ​ຜົນ​. 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ຈະ​ຕັ້ງໜ້າ​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ 2 ປະ​ເທດ (24/06/1967 – 24/06/2017) ​ເປັນ​ຢ່າງ​ດີ, ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ເວລາ​ຈັດ​ຕັ້ງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 15 ຄະນະ​ກຳມະການ​ປະສົມ ຫວຽດນາມ - ກຳປູ​ເຈຍ ​ໃນ​ປີ 2017 ​ໂດຍ​ໄວ. ກ່ຽວ​ກັບການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ມອບ​ໝາຍ​ໃຫ້​ກະຊວງ​ການ​ຄ້າ​ ກຳປູ​ເຈຍ ​ແລະ ກະຊວງ​ອຸດສາຫະກຳ​ - ການ​ຄ້າ ຫວຽດນາມ ​ເຈລະຈາ​ເຫັນ​ດີ​ເປັນ​ເອກະ​ພາບຕໍ່​ບັນດາ​ເນື້ອ​ໃນ​ທີ່​ຍັງຄົງ​ຄ້າງ ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ຊາຍ​ແດນ​ ຫວຽດນາມ - ກຳປູ​ເຈຍ ​ໂດຍ​ໄວ.

 ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ຮັກສາ​ຫຼັກການ​ບໍ່​ອະນຸຍາດ​ໃຫ້​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ໄດ້​ນຳ​ໃຊ້​ຜືນ​ແຜ່ນດິນ​ຂອງ​ປະ​ເທດ​ນີ້​ເພື່ອ​ກໍ່​ຄວາມ​ເສຍ​ຫາຍ​ເຖິງ​ຄວາມປອດ​ໄພ​ຂອງ​ປະ​ເທດ​ອື່ນ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕ້ານ​ການ​ຄ້າ​ເຖື່ອນ, ການ​ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດໝາຍ ​ແລະ ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຕ່າງໆ.

       ກ່ຽວ​ກັບ​ບັນຫາ​ຊາວ ຫວຽດນາມ​ອາ​ໄສ​ຢູ່ ກຳປູ​ເຈຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຂອບ​ອົກ​ຂອບ​ໃຈ​ຝ່າຍ ກຳປູ​ເຈຍ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ກຳປູ​ເຈຍ​ດຳລົງ​ຊີວິດ​ເປັນ​ປົກກະຕິ.ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ, ທ່ານນາຍົກລັດຖະມົນຕີ Hun Sen ສືບ​ຕໍ່​ເອົາ​ໃຈ​ໃສ່​ຊີ້​ນຳ​ບັນດາ​ຂັ້ນ, ຂະ​ແໜງ​ການ​ຂອງ ກຳປູ​ເຈຍ ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ແກ້​ໄຂ​​ເອກະສານນິຕິ​ກຳ​ໃຫ້​ຊາວ​ເຊື້ອ​ຊາດ ຫວຽດນາມ ຢູ່ກຳ​ປູ​ເຈຍ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ດຳລົງ​ຊີວິດ​ດ້ວຍ​ຄວາມ​ອຸ່ນ​ອ່ຽນ​ໃຈ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ການ​ພັດທະນາ​ຂອງ ກຳປູ​ເຈຍ ກໍ່​ຄື​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ.

       ພາຍຫຼັງ​ການ​ເຈລະຈາ, ນາຍົກລັດຖະມົນຕີທັງສອງ​ທ່ານ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື 3 ສະບັບ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ