ກອງປະຊຸມເຈລະຈາຄັ້ງທຳອິດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14ຢູຸ່ທ້ອງຖິ່ນຕ່າງໆ

ກອງປະຊຸມເຈລະຈາຄັ້ງທຳອິດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14ຢູຸ່ທ້ອງຖິ່ນຕ່າງໆ - ảnh 1
ຫົວ​ໜ່ວຍ​ນະ​ຄອນ​ໂຮ່​ຈິ​ມິນ
(ພາບ: Đại Đoàn Kết)


(vovworld) –​ ​ ​ວັນ​ທີ 17/02, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ນະ​ຄອນ​ໂຮ່​ຈິ​ມິນ ແລະ ບັນ​ດາ ​ແຂວງ ຮ່າ​ຢາງ, ທ໋າຍ​ບິ່ງ, ກວາງ​ງ້າຍ, ບິ່ງດິ້ງ, ຟຸ໋​ອຽນ, ນິງ​ທ້ວນ, ບິ່ງ​ທ້ວນ, ແຄ໋ງ​ຮ​ວ່າ, ບິ່ງ​ເຢືອງ, ບິ່ງ​ເ​ຟື໋ອກ ໄດ້​ຈັດ​ກອງ​ປະ​ຊຸມ​ເຈ​ລະ​ຈາ​ຄັ້ງ​ທຳ​ອິດ ກ່ຽວ​ກັບ​ໂຄງ​ປະ​ກອບ​, ພາກ​ສ່ວນ ແລະ ຈຳ​ນວນ​ສະ​ມາ​ຊິກ​ທີ່ໄດ້​ຮັບ​ສະ​ເໜີ​ອອກ​ສະ​ໝັກ​​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14.

      ສຳ​ລັບ​ຫົວ​ໜ່ວຍ​ນະ​ຄອນ​ໂຮ່​ຈິ​ມິນ, ​ຄາດ​ຄະ​ເນ​ວ່າ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່​ງ​ຊາດ ຈ​ະ​​ຈັດ​ແບ່ງ​ຈຳ​ນວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂອງ​ທ້ອງ​ຖິ່ນ​ຊຸດ​ທີ 14 (ອາ​ຍຸ​ການ 2016 - 2021) ແມ່ນ 30 ຄົນ. ບົນ​ພື້ນ​ຖານນັ້ນ, ຄະ​ນະ​ປະ​ຈຳ​ຄະ​ນະ​ກຳ​ມະ​ການການ​ແນວ​ໂຮ​ມ​ປະ​ເທດ​​ຊາດນະ​ຄອນ​ໂຮ່​ຈິ​ມິນ​ຄາດ​ວ່າ​ຈະ​​ສະ​ເໜີ 46 ຄົນ​ສະ​ໝັກ​​ເລືອກ​ຕັ້ງ. ທ່ານ​ນາງ ຫວໍ​ທິ​ກິມ​ຮົ່ງ, ປະ​ທານ​ສະ​ມາ​ຄົມ​ທະ​ນາຍ​ຄວມ​ນະ​ຄອນ​ໂຮ່​ຈິ​ມິນ​, ຍົກ​ຄຳ​ເຫັນ​ວ່າ.

      “ນະ​ຄອນ​ໂຮ່​ຈິ​ມິນ ແມ່ນ​ເຂດ​ຕົວ​ເມືອງ​ໃຫຍ່, ຈຳ​ນວນ​ວຽກ​ງານ​ກໍ​ຫຼາຍ ແລະ ມີ​ຄວາມ​ຂະ​ຫຍ​ັນ​ຂັນ​ເຄື່ອນ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ, ສະ​ນັ້ນ, ບົດ​ບ​າດ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ກໍ​ໜັກ​ໜ່ວງ​ທີ່​ສຸດ. ເພື່ອ​ຮັບ​ຜິດ​ຊອບ​ວຽກ​ງານ​ດັ່ງ​ກ່າວ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ຕ້ອງ​ການ​ມີ​ຈຳ​ນວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ເພາະ​ກິດ​ຢ່າງ​ເໝາະ​ສົມ ເພື່ອ​ສາ​ມາດ​ຮັບ​​ຜິດ​ຊອບ​ບັນ​ດາ​ວຽກ​ງານ​ເປັນ​ເສ​ນາ​ທິ​ການ, ກຳ​ແໜ້ນ​ຊີ​ວິດ​ການ​ເປັນ​ຢູ່, ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ, ກໍ​ຄື​ສະ​ພາບພັດ​ທະ​ນາ​ຂອງ​ນະ​ຄອນ… ຈາກນັ້ນ​ສາ​ມາດ​ເປັນ​ເສ​ນາ​ທິ​ການ​ໃຫ້​ສະ​ພາ​ແຫ່ງ​ຊາດ ບັນ​ດາ​ບັນ​ຫາ​ຂຶ້ນ​ກັບ​ລັດ​ຖະ​ນະ​ໂຍ​ບາຍ, ປະ​ກອບ​ສ່ວນ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ”.

      ທີ່ກອງ​ປະ​ຊຸມ​ເຈ​ລະ​ຈາ​ຂອງ​ທ້ອງ​ຖິ່ນ​ຕ່າງໆ, ບັນ​ດ​າ​ສະ​ມາ​ຊິກ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໂຄງ​ປະ​ກອບ, ພາກ​ສ່ວນ, ຈຳ​ນວນ​ສະ​ມາ​ຊິກ​ທີ່​ໄດ້​​ຮັບ​ການ​ສະ​ເໜ​ີ​ອອກ​ສະ​ໜັກ​ເລືອກ​ຕັ້ງເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂອງ​ບັນ​ດາ​ອົງ​ການ, ອົງ​ການ​ຈັດ​ຕັ້ງ, ຫົວ​ໜ່ວຍ. ບັນ​ດາ​ຄຳ​ເຫັນ​ໄດ້​ເຫັນ​ດີ​​ຕໍ່ຈຳ​ນວນ​ສະ​ມາ​ຊິກ, ອັດ​ຕາສ່ວນ​ລະ​ຫວ່າງ​ຍິງ - ຊາຍ​ຄົນ​ຊົນເຜົ່າ​ສ່ວນ​ໜ້ອຍ​ຕາມ​ຂໍ້​ກຳ​ນົ​ດ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ.

ຂ່າວ/ບົດ​ອື່ນ