ກອງປະຊຸມເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອິນເດຍ ຄັ້ງທີ 11

(VOVWORLD) - ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນໂທ ຫງວຽນຈີ໋ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າພວມຢ້ຽມຢາມ ແລະ ເຮັດວຽກຢູ່ ອິນເດຍ.
ກອງປະຊຸມເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອິນເດຍ ຄັ້ງທີ 11 - ảnh 1 ກອງປະຊຸມເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອິນເດຍ ຄັ້ງທີ 11 (ພາບ: TTXVN)

ວັນທີ 01 ສິງຫາ, ທ່ານພົນໂທ ຫງວຽນຈີ໋ວິ້ງ ພ້ອມກັບທ່ານເລຂາທິການກະຊວງປ້ອງກັນປະເທດ ອິນເດຍ Sanjay Mitra ເປັນປະທານຮ່ວມກອງປະຊຸມເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອິນເດຍ ຄັ້ງທີ 11.

        ທີ່ກອງປະຊຸມເຈລະຈາ, 2 ຝ່າຍໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ ສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືທີ່ມີຢູ່ແລ້ວຕາມບັນດາຂໍ້ຕົກລົງທີ່ໄດ້ເຊັນນຳກັນຢ່າງມີປະສິດທິຜົນ, ໃນນັ້ນ ມີຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ອິນເດຍ ໄລຍະ 2015 – 2020; ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາ ແລະ ຍົກສູງປະສິດທິພາບບັນດາກົນໄກເຈລະຈາ, ປຶກສາຫາລື, ພົບປະແລກປ່ຽນ; ເພີ່ມທະວີການຮ່ວມມືໃນຂົງເຂດກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ; ຜັນຂະຫຍາຍການຮ່ວມມືລະຫວ່າງພົນທະຫານ - ກົມກອງ; ຍູ້ແຮງການຮ່ວມມືໃນບັນດາຂົງເຂດອຸດສາຫະກຳປ້ອງກັນຊາດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຮ່ວມມືໃນບັນດາເວທີປາໄສຫລາຍຝ່າຍ, ແບ່ງປັນບົດຮຽນກ່ຽວກັບການຈັດຕັ້ງ, ຝຶກຊ້ອມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ