ກອງປະຊຸມເຈລະຈາເຈົ້າໜ້າທີ່ການທະຫານ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ ກ່ຽວກັບການຮ່ວມມືພາກພື້ນ

(VOVWORLD) - ວັນທີ 26 ຕຸລາ, ບັນດາເຈົ້າໜ້າທີ່ຂັ້ນສູງຂອງກອງທັບ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ດຳເນີນການເຈລະຈາ 3 ຝ່າຍ ຢູ່ ວໍຊິງຕັນ (ອາເມລິກາ) ເພື່ອປຶກສາຫາລືກ່ຽວກັບສະພາບການຂອງພາກພື້ນ ແລະ ການຮ່ວມມືຫລາຍຝ່າຍ.

ໃນບົດແຈ້ງຂ່າວ, ທຳນຽບຂາວໃຫ້ຮູ້ວ່າ: ທ່ານນາຍພົນ Joseph Dunford ປະທານສະພາເສນາທິການໃຫຍ່ທະຫານປະສົມ ອາເມລິກາ ພ້ອມກັບຄູ່ຕຳແໜ່ງ ສ. ເກົາຫຼີ ນາຍພົນ Park Han-ki ແລະ ຫົວໜ້າເສນາທິການໃຫຍ່ກຳລັງປ້ອງກັນຕົວ ຍີ່ປຸ່ນ ພົນເຮືອເອກ Katsutoshi Kawano ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືນີ້. 3 ຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ຮ່ວມມືໃນບັນດາບັນຫາປ້ອງກັນຄວາມສະຫງົບຮ່ວມ ແລະ ຊຸກຍູ້ການຮ່ວມມືຫລາຍຝ່າຍ ເພື່ອສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ອາຊີຕາເວັນອອກສ່ຽງເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ