ກອງປະຊຸມເຈົ້າຫນ້າທີ່ອາວຸໂສ ອາຊຽນ + 3 ແລະ EAS

(VOVWORLD) -ໃນຂອບເຂດກອງປະຊຸມເຈົ້າຫນ້າທີ່ອາວຸໂສ ອາຊຽນ (SOM) ແລະ ບັນດາກອງປະຊຸມກ່ຽວຂ້ອງ, ວັນທີ 23 ພຶດສະພາ ຢູ່ ມານີລາ ປະເທດ ຟີລີບປີນ ໄດ້ດຳເນີນກອງປະຊຸມ SOM ອາຊຽນ + 3 ລະຫວ່າງ ອາຊຽນ ກັບບັນດາປະເທດຄື: ຈີນ, ຍີ່ປຸ່ນ, ສເກົາຫລີ ແລະ ກອງປະຊຸມ SOM EAS ລະຫວ່າງ ອາຊຽນ ກັບ 8 ປະເທດຄູ່ຮ່ວມມື ລວມມີ: ອົດສະຕາລີ, ຈີນ, ອີນເດຍ, ຍີ່ປຸ່ນ, ນິວເຊີແລນ, ສເກົາຫລີ, ລັດເຊຍ ແລະ ອາເມລິກາ. 
ກອງປະຊຸມເຈົ້າຫນ້າທີ່ອາວຸໂສ ອາຊຽນ + 3 ແລະ EAS - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວັກຢູ໋ງ, ຫົວຫນ້າ SOM ອາຊຽນ ຂອງຫວຽດນາມ ນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມ. ທີ່ກອງປະຊຸມ, ບັນດາປະເທດໄດ້ເຫັນດີຍູ້ແຮງການຜັນຂະຫຍາຍບັນດາຂໍ້ສະເຫນີແນະຂອງກຸ່ມວິໄສທັດ ອາຊີຕາເວັນອອກ ແລະ ປຶກສາຫາລືມາດຕະການລະອຽດ ເພື່ອເພີ່ມທະວີຫັນການຄ້າເປັນເສລີ, ຫລຸດຜ່ອນຮົ້ວກີດຂວາງດ້ານພາສີ, ພັດທະນາເສດຖະກິດຢ່າງມີຫົວຄິດປະດິດສ້າງ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຂະຫນາດກາງ ແລະ ນ້ອຍ, ຄ້ຳປະກັນດ້ານສະບຽງອາຫານ, ພັດທະນາການທ່ອງທ່ຽວແບບຍືນຍົງ, ເຊື່ອມຕໍ່, ພົວພັນແລກປ່ຽນດ້ານວັດທະນະທຳ ແລະ ພົບປະແລກປ່ຽນປະຊາຊົນ.

ທີ່ກອງປະຊຸມ SOM ອາຊຽນ + 3 ແລະ SOM EAS, ບັນດາປະເທດຄູ່ຮ່ວມມືຢືນຢັນ: ສືບຕໍ່ສະຫນັບສະຫນູນວິວັດການສ້າງປະຊາຄົມ ອາຊຽນ, ຄວາມສາມັກຄີໃນອາຊຽນ ແລະ ບົດບາດໃຈກາງຂອງ ອາຊຽນ ສຳລັບສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືພາກພື້ນ. ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືກໍໄດ້ແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີສະພາບການຢູ່ແຫລມເກົາຫລີ ແລະ ທະເລຕາເວັນອອກ. 

ຕອບກັບ

ຂ່າວ/ບົດ​ອື່ນ