ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ +3 ແລະ ເຈົ້າໜ້າທີ່ຂັ້ນສູງ ອາຊີຕາເວັນອອກ ຢູ່ ບຣູໄນ

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ +3 ແລະ ເຈົ້າໜ້າທີ່ຂັ້ນສູງ ອາຊີຕາເວັນອອກ ຢູ່ ບຣູໄນ - ảnh 1
ພາບປະກອບ

(vovworld) - ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ - AMM 46 ​ແລະ ບັນດາກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ Banda Seri Begaoan, ປະ​ເທດ ບຣູ​ໄນ, ຕອນ​ເຊົ້າ​ວັນ​ທີ 29/6, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ອາ​ຊຽນ ​ແລະ​ 3 ປະ​ເທດ​ຄູ່​ຮ່ວມ​ມືແມ່ນ ຈີນ, ສ ​ເກົາຫຼີ ​ແລະ ຍີ່ປຸ່ນ (ອາ​ຊຽນ +3) ປຶກສາ​ຫາລື​ບັນດາ​ໂຄງການ​ດຳ​ເນີນ​ງານ​ທີ່ຢື່ນສະ​ເໜີ​ຕໍ່​ກອງ​ປະຊຸມ​ລັດຖະມົນຕີ ອາ​ຊຽນ + 3​ ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 30/6. ທີ່​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ + 3, ບັນດາ​ຜູ້​ແທນ​ໄດ້​ກວດ​ຄືນ​ໝາກຜົນ 5 ປີ​ຕົ້ນຂອງ 10 ປີ​​ແຫ່ງການ​ປະຕິບັດແຜນ​ການ​ເຄື່ອນ​ໄຫວ ອາ​ຊຽນ + 3 (2007 - 2017) ​​ເຊິ່ງ​ການ​ນຳ ອາ​ຊຽນ + 3 ​ໄດ້ຮັບຮອງ​ເອົາ​ຢູ່ ​ສິງ​ກາ​​ໂປ ​ໃນ​ປີ 2007, ​ແລະ ພິຈາ​ລະ​ນາ​ຄືນ​ບົດ​ລາຍ​ງານ​ຂອງ​ກຸ່ມ​ວິ​ໄສ​ທັດ ອາຊີ​ຕາ​ເວັນ​ອອກ (EAVG – 2), ​ເພື່ອ​ຍົກ​ອອກ​​ບັນດາ​​ທິດ​ທາງເຄື່ອນ​ໄຫວ​ຮ່ວມ​ມື​ຂອງ ອາ​ຊຽນ +3 ​ໃນ​ໄລຍະຈະ​ມາ​ເຖິງ. ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ອາ​ຊຽນ ກໍ່​ປຶກສາ​ຫາ​ລື ຂໍ້​ສະ​ເໜີ​ຂອງ​ບັນດາ​ລັດຖະມົນຕີ​ກ່ຽວ​ກັບໝາກຜົນ​ການ​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ ອາ​ຊຽນ + 3, ​ໃນ​ນັ້ນ​ສຸມ​ໃສ່​ເຖິງ​ການ​ຮ່ວມ​ມື​ເສດຖະກິດ, ການ​ເງິນ ​ແລະ ​ເງິນຕາ.

    ທີ່​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາຊີ ຕາ​ເວັນ​ອອກ (EAS), ບັນດາ​ປະ​ເທດ​ຕີ​ລາຄາ EAS ສືບ​ຕໍ່​ແມ່ນ​ເວທີ​ປາ​ໄສ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ຍຸດ​ທະ​ສາດ​ສຳ​ຄັນ, ທັງ​ດ້ານ​ການ​ເມືອງ, ປ້ອງ​ກັນ​ຄວາມ​ສະຫງົບ, ກໍ່​ຄື​ການ​ຮ່ວມ​ມື​ພັດທະນາ. ຕາມ​ນັ້ນ​ແລ້ວ, EAS ຈະ​ແມ່ນ​ປັດ​ໄຈ​ສຳຄັນ​ໃນ​ໂຄງ​ປະກອບ​ພາກ​ພື້ນ​ພວມ​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ​ເພື່ອ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ກາ​ນພັດທະນາ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ