ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ(SOM)3ປະເທດຫວຽດນາມ,ລາວແລະກຳປູເຈຍ

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ(SOM)3ປະເທດຫວຽດນາມ,ລາວແລະກຳປູເຈຍ - ảnh 1
ຄະ​ນະ​ຜູ້​ແທນ SOM ຫວຽດ​ນາມ ໂດຍ​ ທ່ານ ຫງວຽນ​ເຖ​ເຟືອງ
 ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ ເປັນ​ຫົວ​ໜ້າ​ຄະ​ນະ

(vovworld)- ​ໃນ​ລະ​ຫວ່າງວັນ​ທີ 21-22/11, ຢູ່​ແຂວງ Siem Reap, ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ, ໄດ້​ດຳ​ເນີນກ​ອງ​ປະ​ຊຸມ​ຂັ້ນ​ສູງ (SOM) 3 ປະ​ເທດ​ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ ເພື່ອ​ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ຂັ້ນ​ສູງ​ເຂດ​ສາມຫຼ່ຽມ​ພັດ​ທະ​ນາ ຄັ້ງ​ທີ 9 ຈະ​ດຳ​ເນີນ​ໃນ​ວັນ​ທີ 23/11. ຄະ​ນະ​ຜູ້​ແທນ SOM ຫວຽດ​ນາມ ໂດຍ​ ທ່ານ ຫງວຽນ​ເຖ​ເຟືອງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ ເປັນ​ຫົວ​ໜ້າ​ຄະ​ນະ. ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ປຶກ​ສາ​ຫາ​ລື, ຕີ​ລາ​ຄາ​ສະ​ພາບ​ການ​ຮ່ວ​ມ​ມື ລະ​ຫວ່າງ 3 ປະ​ເທດ ນັບ​ແຕ່ກ​ອງ​ປະ​ຊຸມ​ຂັ້ນ​ສູງ ຄັ້ງ​ທີ 8 ປີ 2014 ແລະ ກອງ​ປະ​ຊຸມ​ຄະ​ນະ​ກຳ​ປະ​ການ​ປະ​ສານ​ງານ​ລວມ ຄັ້ງ​ທີ 10 ປີ 2015; ປຶກ​ສາ​ຫາ​ລື​ເອ​ກະ​ສານ​ສະ​ບັບປັບ​ປຸງ ​​ແຜນກຳ​ນົດ​ພັດ​ທະ​ນາ​ເສດ​ຖະ​ກິ​ດ-ສັງ​ຄົມ​ເຂດ​ສາມຫຼ່ຽມ​ພັດ​ທະ​ນາ​ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ ຮອດ​ປີ 2020.  ກໍ່ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ຈະ​ປຶກ​ສາ​ຫາ​ລື​ຮ່າງ​ແຜນ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່ສາມ​ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ, ພ້ອມ​ທັງ​ເຫັນ​ດີ​ເປັນ​ເອ​ກະ​ພາບ 15 ໂຄງ​ການ​ໃໝ່ ຂອງ 3 ປະ​ເທດ ເພື່ອ​ຮຽກ​ຮ້ອງການອຸ​ປະ​ຖຳ ຂອງ​ຍີ່​ປຸ່ນ ແລະ ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ. ບັນ​ດາ​ສະ​ມາ​ຊິກກໍ່​ສະ​ຫງວນ​ເວ​ລາ​ຕີ​ລາ​ຄາ​ເລື່ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ 3 ທ່ານ ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ​ປີ 2014 ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ທົບ​ທວນ​ຄື​ນບັນ​ດາ​ຜົນ​ງານ, ຊອກ​ຫາ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ຈາກນັ້ນ​ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ ແລະ​ ທິດ​ທາງ​​ຮ່ວມ​ມື ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ວັນ​ທີ 23 ພະ​ຈິກ ຈະ​ເປີດກອງ​ປະ​ຊຸມ​ຂັ້ນ​ສູງ​ເຂດ​ສາມຫຼ່ຽມ​ພັດ​ທະ​ນາ​ຫວຽດ​ນາມ- ລາວ-ກຳ​ປູ​ເຈຍ ຄັ້ງ​ທີ 9 ຢູ່​ນະ​ຄອນ​ແຫ່ງ​ການ​ທ່ອງ​ທ່ຽວນີ້. ຄາດ​ຄະ​ເນ ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຂອງ 3 ປະ​ເທດ ຈະ​ເປັນ​ປະ​ທານກອງ​ປະ​ຊຸມນີ້.

 

 

ຂ່າວ/ບົດ​ອື່ນ