ກອງປະຊຸມເຈົ້າໜ້າທີ່ຂັ້ນສູງການ ສຶກສາອາຊຽນ ຄັ້ງທີ 7


ກອງປະຊຸມເຈົ້າໜ້າທີ່ຂັ້ນສູງການ ສຶກສາອາຊຽນ ຄັ້ງທີ 7 - ảnh 1

(ກອງ​ປະຊຸມ​​ເຈົ້າ​ໜ້າ​ທີ່ຂັ້ນສູງການ​ສຶກສາ​ອາ​ຊຽນ ຄັ້ງ​ທີ 7)

(vovworld) -     ກອງ​ປະຊຸມ​​ເຈົ້າ​ໜ້າ​ທີ່ຂັ້ນ​ສູງບັນດາ​ປະ​ເທ​ດອາ​ຊຽນ ກ່ຽວ​ກັບ​ການ​ສຶກສາ​ຄັ້ງ​ທີ 7 ​ແລະ ​ເວທີ​ປາ​ໄສ​ຜູ້ອຳນວຍການ​ບັນດາ​ໂຮງຮຽນ​ມັດ​ທະຍົມ​​ພາ​ກພື້ນອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຄັ້ງ​ທີ 5 ​ເຊິ່ງ​ໄຂ​ຂຶ້ນໄປ​ໃນ​ວັນ​ທີ 30/10 ຢູ່​ນະຄອນ Nha Trang, ​ແຂວງ Khanh Hoa. ດ້ວຍ​ຫົວ​ຂໍ້​ວ່າ “ການ​ສຶກສາ​ນັກ​ຮຽນ​ມີ​ພອນ​ສະຫວັນ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ໃນ​ອາ​ຊຽນ”, ກອງ​ປະຊຸມ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຜູ້​ແທນ​ແລກປ່ຽນ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ກ່ຽວ​ກັບ​ການ​ສຶກສາ, ບຳລຸງ​ຄວາມ​ຮູ້​ໃຫ້ນັກ​ຮຽນ​ມີ​ພອນ​ສະຫວັນ​ຂອງ​ບັນດາ​ປະ​ເທດ ກໍ​ຄື​ເພື່ອ​ໃຫ້​ຜູ້ອຳນວຍການຂອງ​ໂຮງຮຽນ​ຕ່າງໆ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ສຶກສາ, ບຳລຸງນັກຮຽນ​ເກັ່ງ​ຂອງ​ໂຮງຮຽນ​ຕົນ​ຢ່າງ​ລະອຽດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Nguyen Vinh Hien, ຮອງ​ລັດຖະມົນຕີກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​ໃຫ້​ຮູ້​ວ່າ, ​ເລື່ອງ​ບຳລຸງ​ສ້າງ, ບຳລຸງ​ນັກ​ຮຽນ​ເກັ່ງ​ຢູ່​ຫວຽດນາມ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ພັດທະນາ​ແຕ່​ດົນ​ນານ​ແລ້ວ. ທ່ານ Nguyen Vinh Hien ​ໃຫ້​ຮູ້​ວ່າ.

“ຫວຽດນາມ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ແມ່ນ​ປະ​ເທດ​ທີ່​ມີ​ຜົນງານ​ສູງ​ໃນ​ການ​ບຳລຸງ​ສ້າງ​ນັກຮຽນມີ​ພອນ​ສະຫວັນ ​ແລະ ບັດນດາ​ປະ​ເທດ​ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ເຖິງ​ບົດຮຽນ​ຂອງ​ຫວຽດນາມ ​ໃນ​ຂົງ​ເຂດ​ນີ້. ​ແຜນຮ່າງໂຮງ​ຮຽນ​ມັດທະຍົມ​ລົງ​ເລິກ​ວິຊາ ​ໄດ້​ກຳນົດ​ວ່າ ​ໂຮງຮຽນ​ລົງ​ເລິກ​ວິຊາແມ່ນ​​ແຫ່ງບຳລຸງ​ສ້າງ​ນັກຮຽນ​ເກັ່ງ​ໃນ​ພື້ນຖານ​ການສຶກສາ​ຢ່າງຮອບດ້ານ”.


ຂ່າວ/ບົດ​ອື່ນ