ກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນກ່ຽວກັບສະຫວັດດີການສັງຄົມແລະການພັດທະນາ

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນກ່ຽວກັບສະຫວັດດີການສັງຄົມແລະການພັດທະນາ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ ອາ​ຊຽນ (ພາບ:ອິນເຕີແນດ)


(vovworld) – ​ ວັນທີ 11/9, ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ ອາ​ຊຽນ ກ່ຽວ​ກັບ​ສະຫວັດດີ​ການ​ສັງຄົມ​ ແລະ​ ການ​ພັດທະນາຄັ້ງ​ທີ 11 ​ແລະ ບັນດາ​ເຫດການ​ກ່ຽວຂ້ອງ​ໄດ້​ອັດ​ລົງ​ຢູ່ ກົວ​ລາ​ລຳ​ເປີ ປະ​ເທດ ມາ​ເລ​​ເຊຍ ພາຍຫລັງ​ການ​ເຮັດ​ວຽກ​ມາ​ເປັນ​ເວລາ 4 ວັນ. ​ເຂົ້າ​ຮ່ວມ​ກອງ​ປະຊຸມມີ 10 ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ ຄະນະ​ເລຂາ ອາ​ຊຽນ. ນີ້​ແມ່ນ ກອງ​ປະຊຸມ​ສຳຄັນ​ຖືກ​ຈັດ​ຂຶ້ນ​ປະຈຳ​ປີ ​ເພື່ອ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ຮັບຜິ​ບຊອບ​​ບັນ​ຫາສະຫວັດດີ​ການ​ສັງຄົມ ​ແລະ ພັດທະນາ​ຂອງ​ບັນດາ​ປະ​ເທດ ​ອາ​ຊຽນ ປຶກສາ​ຫາລື, ​ແລກປ່ຽນ​ກ່ຽວ​ກັບ​ນະ​ໂຍບາຍ​ພັດທະນາ ​ແລະ ສະຫວັດດີ​ການ​ສັງຄົມ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ບັນດາ​ນະ​ໂຍບາຍ​ສຳລັບ​ຄົນ​ພິການ​, ຜູ້​ອາຍຸສູງ, ​ແມ່ຍິງ​ທຸກ​ຍາກ ​ແລະ ​ເດັກນ້ອຍ.

 

ຂ່າວ/ບົດ​ອື່ນ