ກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງອາຊຽນຊຸກຍູ້ການຮ່ວມມືເພື່ອສັນຕິພາບແລະສະຖຽນລະພາບຢູ່ພາກພື້ນ

(VOVWORLD) -ໃນລະຫວ່າງວັນທີ 11 – 13 ກໍລະກົດ, ຢູ່ສິງກະໂປ, ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດອາຊຽນ (ADSOM) ແລະ ກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງອາຊຽນ ເປີດກວ້າງ (ADSOM+).

ກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງອາຊຽນຊຸກຍູ້ການຮ່ວມມືເພື່ອສັນຕິພາບແລະສະຖຽນລະພາບຢູ່ພາກພື້ນ - ảnh 1 ພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ

(ພາບ: qdnd.vn)

ນີ້ແມ່ນ 2 ກອງປະຊຸມສຳຄັນເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃນອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື, ກະກຽມໃຫ້ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ຈະດຳເນີນໃນເດືອນຕຸລາ 2018. ພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມ.

        ທີ່ກອງປະຊຸມ ADSOM, ບັນດາຫົວໜ້າຄະນະຜູ້ແທນໄດ້ຮັບຟັງ ແລະ ປຶກສາຫາລືກ່ຽວກັບບັນດາບົດລາຍງານໝາກຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງບັນດາປະເທດອາຊຽນ ກໍຄືບັນດາກອງປະຊຸມຂອງອົງການຄົ້ນຄວ້າຂອງກອງທັບບັນດາປະເທດອາຊຽນ; ລາຍການກະກຽມໃຫ້ກອງປະຊຸມ ADMM, ADMM+… ພົນໂທ ຫງວຽນຈິວິ້ງ ໃຫ້ຮູ້ວ່າ, ພ້ອມກັບອິນໂດເນເຊຍ, ໄທ ແລະ ກຳປູເຈຍ, ຫວຽດນາມ ໄດ້ຮັບການຄັດເລືອກຈາກສປຊເປັນສະຖານທີ່ຝຶກແອບຮັກສາສັນຕິພາບໃນພາກພື້ນ. ສະນັ້ນ, ຫວຽດນາມ ໄດ້ເປັນເຈົ້າການກຽມພ້ອມເຂົ້າຮ່ວມກວ່າອີກ ເພື່ອຍົກສູງກຳລັງຮັກສາສັນຕິພາບຂອງອາຊຽນ.

        ທີ່ກອງປະຊຸມ ADSOM +, ບັນດາຫົວໜ້າຄະນະຜູ້ແທນໄດ້ຮັບຟັງທ່ານຮອງເລຂາທິການໃຫຍ່ອາຊຽນ ຮ່ວາງແອັງຕວນ ອັບເດັດກ່ຽວກັບສະພາບການຮ່ວມມືດ້ານປ້ອງກັນຊາດຂອງອາຊຽນ.

        ໃນຂອບເຂດເຂົ້າຮ່ວມ ADSOM ແລະ ADSOM+, ພົນໂທ ຫງວຽນຈິວິ້ງ ໄດ້ມີການພົບປະ ແລະ ແລກປ່ຽນ 2 ຝ່າຍກັບບັນດາຫົວໜ້າຄະນະຜູ້ແທນຂອງສິງກະໂປ, ນິວຊີແລນ, ອົດສະຕາລີ, ຈີນ, ຍີ່ປຸ່ນ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ