ກອງປະຊຸມເຈົ້າໜ້າທີ່ອາວຸໂສ SOM ກ່ອນດໍາເນີນ ກອງປະຊຸມ GMS6

(VOVWORLD) - ວັນທີ 29 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ໃນຂອບເຂດຂອງກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ ຄັ້ງທີ 6 (GMS6), ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM)
ກອງປະຊຸມເຈົ້າໜ້າທີ່ອາວຸໂສ SOM ກ່ອນດໍາເນີນ ກອງປະຊຸມ GMS6 - ảnh 1ກອງປະຊຸມ ເຈົ້າໜ້າທີ່ອາສຸໂສ SOM

    ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ພິຈາລະນາຄັ້ງສຸດທ້າຍກ່ຽວກັບບັນດາຫົວຂໍ້ ແລະ ບັນຫາທີ່ມີສ່ວນກ່ຽວຂ້ອງ ເພື່ອຈະນຳມາປຶກສາຫາລືໃນກອງປະຊຸມ GMS6. ນອກຈາກນັ້ນ, ຜູ້ແທນທັງຫຼາຍຍັງປຶກສາຫາລືກ່ຽວກັບສານ, ຫົວຂໍ້, ຈຸດເດັ່ນ ແລະ ບັນຫາສໍາຄັນຕ່າງໆບັນດາການນຳອາດຈະຍົກອອກມາ ໂດຍອີງໃສ່ບົດລາຍງານຕ່າງໆຂອງບັນດາປະເທດ; ພິຈາລະນາຄືນໃໝ່ໂຄງປະກອບ ແລະ ບັນດາການເຄື່ອນໄຫວຂອງກອງປະຊຸມຄົບຄະນະ GMS6 ແລະ ກອງປະຊຸມສະພາທຸລະກິດ ກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ.

        ຕອນບ່າຍຂອງວັນດຽວກັນ, ໃນຂອບເຂດຂອງກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10, ກໍໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ