ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ (SOM) ອາ​ຊຽນ​ພິ​ເສດ​ກ່ຽວ​ກັບ​ການ​ພົ​ວ​ພັນ​​ຕ່າງ​ປະ​ເທດ ອາ​ຊຽ​ນ

(VOVWORLD) -  ວັນທີ 1 ກັນຍາ, ທ່ານ ຫງວຽນກ໊ວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ເປັນປະທານກອງປະຊຸມທາງອອນລາຍ SOM ອາຊຽນ ພິເສດກ່ຽວກັບການພົວພັນຕ່າງປະເທດອາຊຽນ.
ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ (SOM) ອາ​ຊຽນ​ພິ​ເສດ​ກ່ຽວ​ກັບ​ການ​ພົ​ວ​ພັນ​​ຕ່າງ​ປະ​ເທດ ອາ​ຊຽ​ນ - ảnh 1 ທ່ານ ຫງວຽນກ໊ວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ (ພາບ: Baoquocte.vn)

ທີ່ກອງປະຊຸມ, ບັນດາປະເທດກໍ່ເຫັນດີເປັນເອກະພາບວ່າ ຮອດເວລາທີ່ອາຊຽນຕ້ອງພິຈາລະນາບັນດາການພົວພັນກັບພາຍນອກ ບົນພື້ນຖານວິທະຍາສາດ ແລະ ມີປະສິດທິຜົນ, ເປັນຕົ້ນແມ່ນ ກຳລັງຄວາມສາມາດ, ລະດັບການປະກອບສ່ວນຂອງບັນດາຄູ່ຮ່ວມມືໃຫ້ແກ່ບັນດາເປົ້າໝາຍຂອງພາກພື້ນ. ເພາະສະນັ້ນ, ອາຊຽນ ໄດ້ເຫັນດີວ່າ ຈະກວດກາຄືນໃໝ່ບັນດາປັດໄຈເພື່ອໄດ້ຮັບຮອງແມ່ນຄູ່ຮ່ວມມືຂອງ ອາຊຽນ, ຜ່ານນັ້ນ, ທັງຮັບປະກັນບົດບາດເປັນໃຈກາງຂອງອາຊຽນ ທັງຕອບສະໜອງໃຫ້ເໝາະສົມຕາມຄວາມຕ້ອງການ ແລະ ຄວາມສົນໃຈຂອງບັນດາຄູ່ຮ່ວມມື.

ເປັນຕາງໜ້າໃຫ້ຫວຽດນາມ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຢັ້ງຢືນເຖິງບົດບາດສຳຄັນຂອງບັນດາຄູ່ຮ່ວມມືຕໍ່ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ, ທ່ານກໍ່ເນັ້ນໜັກເຖິງລັກສະນະຮີບດ່ວນ ຂອງການສ້າງບັນດາຂໍ້ກຳນົດພິຈາລະນາ ຮັບຮອງເອົາບັນດາການພົວພັນຄູ່ຮ່ວມມືຂອງອາຊຽນ ໃນສະພາບການປັດຈຸບັນ. ທ່ານກໍ່ສະເໜີວ່າ ບັນດາປະເທດຮີບດວ່ນປະຕິບັດສຳເລັດການສ້າງບັນດາປັດໄຈໃນການຕີລາຄາການພົວພັນຕ່າງປະເທດເພື່ອຍືນສະເໜີຕໍ່ການນຳພິຈາລະນາ.

ຕອບກັບ

ຂ່າວ/ບົດ​ອື່ນ