ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸ​ໂສ ກ່ຽວກັບ​ປະຊາ​ຄົມ ວັດທະນະ​ທໍາ - ສັງຄົມ ອາຊຽນ ຄັ້ງ​ທີ 28 ​​ໄດ້​ເນັ້ນໜັກ​ເຖິງ 5 ບຸລິມະສິດ​​ໃນ​ປີ ປະທານ ອາຊຽນ 2020

(VOVWORLD) -  ຕອນເຊົ້າວັນທີ 22 ມິຖຸນາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບ ປະຊາຄົມ ວັດທະນະທໍາ - ສັງຄົມ ອາຊຽນ ຄັ້ງທີ 28 ຖືກດໍາເນີນຕາມຮູບແບບອອນລາຍ, ພາຍໃຕ້ການເປັນປະທານຂອງ ຫວຽດນາມ.
ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸ​ໂສ ກ່ຽວກັບ​ປະຊາ​ຄົມ ວັດທະນະ​ທໍາ - ສັງຄົມ ອາຊຽນ ຄັ້ງ​ທີ 28 ​​ໄດ້​ເນັ້ນໜັກ​ເຖິງ 5 ບຸລິມະສິດ​​ໃນ​ປີ ປະທານ ອາຊຽນ 2020 - ảnh 1ກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບ ປະຊາຄົມ ວັດທະນະທໍາ - ສັງຄົມ ອາຊຽນ ຄັ້ງທີ 28 (ພາບ:baoquocte) 

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນແມ້ງເກື່ອງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ຮັບຜິດຊອບດ້ານ ວັດທະນະທໍາ - ສັງຄົມ ອາຊຽນ (SOCA) ຂອງຫວຽດນາມ ໃຫ້ຮູ້ວ່າ ໃນປີເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ວາງອອກ 5 ບຸລິມະສິດໃຫ້ແກ່ການຮ່ວມມື ອາຊຽນ. ທີໜຶ່ງແມ່ນ ສາມັກຄີ, ເປັນເອກະພາບ, ສະໜິດຕິດພັນ ແລະ ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ສົມທົບກັນມີຫຼັກໝັ້ນລວມ ເພື່ອມີບັນດາການປະພຶດທີ່ບັນລຸມາດຕະຖານ ແລະ ທັນການ; ທີສອງແມ່ນ ຮ່ວມສໍາພັນ, ເຊື່ອມຕໍ່ໃນພາກພື້ນ, ປັບຕົວໃຫ້ແທດເໝາະກັບສະພາບການ ແລະ ຍາດແຍ່ງບັນດາກາລະໂອກາດ; ທີສາມແມ່ນ ຊຸກຍູ້ສີສັນ ແລະ ຄວາມຮັບຮູ້ຂອງ ອາຊຽນ; ທີສີ່ແມ່ນ ຍູ້ແຮງການພວພັນຄູ່ຮ່ວມມືເພື່ອສັນຕິພາບ, ພັດທະນາແບບຍືນຍົງ; ທີຫ້າ ແມ່ນຍົກສູງກໍາລັງຄວາມສາມາດ, ປະສິດທິຜົນຂອງການເຄື່ອນໄຫວ. ກ່ຽວກັບບັນດາຂົງເຂດເຄື່ອນໄຫວຈຸດສຸມໃນປີນີ້, ທ່ານ ຫງວຽນແມ້ງເກື່ອງ ເນັ້ນໜັກວ່າ:

        “ເສົາຄໍ້າ ວັດທະນະທໍາ - ສັງຄົມ ຈະຊຸກຍູ້ບັນດາການປະກອບຄໍາເຫັນ, ມຸ່ງໄປສູ່ບັນດາຈຸດສຸມ ເຊິ່ງລວມມີ: ແຮງງານ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ; ສະຫວັດດີການສັງຄົມ; ສາທາລະນະສຸກ, ການສື່ສານ, ວັດທະນະທໍາ ອາຊຽນ, ຊາວໜຸ່ມ, ສະພາບແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ... ລະອຽດ, ດ້ວຍບົດບາດເປັນປະທານ ອາຊຽນ, ຫວຽດນາມ ຈະຕີລາຄາລະຫວ່າງອາຍຸການ ກ່ຽວກັບແຜນການສັງລວມຂອງ ປະຊາຄົມວັດທະນະທໍາ - ສັງຄົມ. ນີ້ແມ່ນການເຄື່ອນໄຫວສໍາຄັນ ເພື່ອຕີລາຄາບັນດາໝາກຜົນທີ່ບັນລຸໄດ້ ກໍຄື ຮັບຮູ້ບັນດາແບບວິທີ, ຈາກນັ້ນຍົກອອກບັນດາຂໍ້ສະເໜີແນະໃຫ້ແກ່ບັນດາອົງການວິຊາສະເພາະ, ຊຸກຍູ້ການຮ່ວມມືຢູ່ໃນລະດັບຊາດ ແລະ ພາກພື້ນ ເພື່ອສາມາດເຄື່ອນໄຫວຢ່າງມີປະສິດທິຜົນກວ່າ, ບັນລຸເປົ້າໝາຍຂອງປະຊາຄົມ ວັດທະນະທໍາ - ສັງຄົມ ອາຊຽນ ວິໄສທັດ 2025”.


 

ຕອບກັບ

ຂ່າວ/ບົດ​ອື່ນ