ກອງ​ປະຊຸມ​ເຈົ້າໜ້າທີ່​​ອາວຸ​ໂສ ອາຊຽນ

(VOVWORLD) -      ຕອນເຊົ້າວັນທີ 18  ພຶດສະພາ 2020, ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ (SOM) ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຂັ້ນຮອງລັດຖະມົນຕີການຕ່າງປະເທດ ໄດ້ດໍາເນີນດ້ວຍຮູບແບບປະຊຸມອອນລາຍ. ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ກອງ​ປະຊຸມ​ເຈົ້າໜ້າທີ່​​ອາວຸ​ໂສ ອາຊຽນ - ảnh 1ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: VOV)

        ນະທີ່ນີ້, ທ່ານ ຫງວຽນກວັກຢຸງ ໄດ້ອັບເດັດກ່ຽວກັບສະພາບການຜັນຂະຫຍາຍບັນດາການເຄື່ອນໄຫວພາຍຫຼັງກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ +3 (ກັບ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ) ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19; ພ້ອມກັນນັ້ນກໍຕັກເຕືອນບັນດາປະເທດສະມາຊິກອາຊຽນ ແລະ ຄະນະເລຂາ ອາຊຽນ ກ່ຽວກັບຄວາມຄືບໜ້າໃນການຜັນຂະຫຍາຍບັນດາໝາກຜົນບຸລິມະສິດໃນປີ ອາຊຽນ 2020.

        ທີ່ກອງປະຊຸມ, ບັນດາປະເທດ ອາຊຽນ ຕ່າງກໍຕີລາຄາສູງບົດບາດເປັນປະທານ ອາຊຽນຂອງ ຫວຽດນາມ ນັບແຕ່ຕົ້ນປີມາຮອດປັດຈຸບັນ ບົນເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ພິເສດໃນການຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ພ້ອມທັງຢັ້ງຢືນການສະໜັບສະໜູນການຊຸກຍູ້ຜັນຂະຫຍານໝາກຜົນຕົ້ນຕໍທີ່ບັນລຸໄດ້ໃນກອງປະຊຸມສຸດຍອດອາຊຽນ ແລະ ອາຊຽນ + 3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 ໂດຍຫວຽດນາມນໍາສະເໜີ. ທ່ານຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ສະແດງຄວາມເຊື່ອໝັ້ນຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36  ພາຍໃຕ້ການເປັນປະທານຂອງຫວຽດນາມ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ສົມທົບກັບປະເທດເປັນປະທານໃນວຽກງານກະກຽມໃຫ້ແກ່ກອງປະຊຸມດັ່ງກ່າວ. 

ຕອບກັບ

ຂ່າວ/ບົດ​ອື່ນ